ລັດຖະມົນຕີວ່າການກະຊວງວັດທະນະທຳ,ກິລາແລະທ່ອງທ່ຽວເຂົ້າຢ້ຽມຂ່ຳນັບປະທານາທິບໍດີແລະນາຍົກລັດຖະມົນຕີສິງກະໂປ

ລັດຖະມົນຕີວ່າການກະຊວງວັດທະນະທຳ,ກິລາແລະທ່ອງທ່ຽວເຂົ້າຢ້ຽມຂ່ຳນັບປະທານາທິບໍດີແລະນາຍົກລັດຖະມົນຕີສິງກະໂປ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສິງ​ກະ​ໂປ Tony Tan Keng Yam ແລະ ທ່ານ​ລັດ​
ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອ​ງ​ທ່ຽວ ຮ່​ວາງ​
ຕ໋ວນ​ແອງ
(ພາບ: vietnamnet.vn)

(vovworld) - ​ຕອນ​ຄ່ຳ​ວັນ​ທີ 5/6, ຢູ່​ສິງກ​ະ​ໂປ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອ​ງ​ທ່ຽວ ຫວຽດ​ນາມ ຮ່​ວາງ​ຕ໋ວນ​ແອງ ໄດ້​​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສິງ​ກະ​ໂປ Tony Tan Keng Yam ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ​ຊຽງຫຼົງ ຢູ່ນອກ​ພິ​ທີ​ໄຂ​ງານ​ມະ​ຫາ​ກຳ​ກິ​ລາ Sea Games 28. ທ່ານ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຕ໋ວນ​ແອງ ແຈ້ງ​ໃຫ້​ການ​ນຳ ສິງ​ກະ​ໂປ ​ຊາບວ່າຄ​ຽງ​ຄູ່​ກັບ​ການເຂົ້າ​ຮ່ວມ​ພິ​ທີ​ໄຂງານ​ມະ​ຫາ​ກຳ​ກິ​ລາ Sea Games 28, ຄະ​ນະ​ປະ​ຕິ​ບັດ​ງານ ຂອງກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອ​ງ​ທ່ຽວ ຫວຽດ​ນາມ ກໍ່​ຈັດ​ຕັ້ງ​ລາຍ​ການ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ຢູ່ ສິງ​ກະ​ໂປ​ ແລະ ແນະ​ນຳ​ການ​ທ່ອງ​ທ່ຽວ​ຖ້ຳ ເຊີນດອງ ເຖິງ​ແຂກ​ທ່ອງ​ທ່ຽວ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ສຳ​ເລັດ​ຜົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຫຼີ​ຊຽນຫຼົງ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ກິ​ລາ, ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ ເພື່ອ​ສົມ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ສິງ​ກະ​ໂປ ແລະ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ​ຊຽ​ນຫຼົງ ສະ​ແດງ​ຄວາມ​ປະ​ເອີບ​ໃຈຕໍ່​ຖ້ຳ ເຊີນດອງ, ເຊິ່ງ​ແມ່ນ​ຖຳ​ໃຫຍ່​ກ່​ວາ​ໝູ່​ໃນ​ໂລກ​ທີ່​ຫາກໍ່​ໄດ້​ຮັບ​ການ​ພົບ​ເຫັນ​ຢູ່ ຫວຽດ​ນາມ.

 


ຂ່າວ/ບົດ​ອື່ນ