ລັດຖະມົນຕີຮ່ວາງຕ໋ວນແອງ:ຈະໂຄສະນາຖ້ຳເຊີນດອງຢູ່ສິງກະໂປ

ລັດຖະມົນຕີຮ່ວາງຕ໋ວນແອງ:ຈະໂຄສະນາຖ້ຳເຊີນດອງຢູ່ສິງກະໂປ - ảnh 1
ຖ້ຳ​ເຊີ​ນດອງ

(vovworld) - ເລີ່ມ​ແຕ່​ວັນ​ທີ 4/6, ທ່ານລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອ​ງ​ທ່ຽວ ຫວຽດ​ນາມ ຮ່​ວາງ​ຕ໋ວນ​ແອງ ຈະ​ໄປ​​ເຖິງ ສິງ​ກະ​ໂປ ເພື່ອ​ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ກິ​ລາ Seagames 28 ແລະ ຊີ້​ນຳ​ໂດຍ​ກົງ, ປຸກ​ລະ​ດົມ​ລາຍ​ການ​ໂຄ​ສະ​ນາ​ທ່​ອງ​ທ່ຽວ ຫວຽດ​ນາມ ຢູ່​ຕະຫຼາດ ສິງ​ກະ​ໂປ, ແນະ​ນຳ​ການ​ທ່ອງ​ທ່ຽວ​ຖ້ຳ​ເຊີນດອງ ເຖິງແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເຂົ້າ​ຮ່ວມ Seagames 28. ຕາມ​ແຜນ​ການ​ແລ້ວ, ທ່ານ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຕ໋ວນ​ແອງ ຈະ​ມີ​ການ​ເຮັດ​ວຽກ​ກັບ​ລັດ​ຖະ​ມົນ​ຕ​ີ​ວ່າ​ການ​ກະ​ຊວງ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ສິງ​ກະ​ໂປ ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​​ດ້ານ​ທ່ອງ​ທ່ຽວ​ລະ​ຫວ່າງ 2 ປະ​ເທດ, ກົມ​ໃຫຍ່​ທ່ອງ​ທ່ຽວ​ພ້ອມ​ກັບ​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ ຫວຽດ​ນາມ ຈະ​ແນະ​ນຳ​ສະ​ຖານ​ທີ່, ທ່ອງ​ທ່ຽວ​ຕ່າງໆ​ຢູ່ ຫວຽດ​ນາມ, ໂອ​ກາດ​ຮ່ວມ​ມື​ໃນ​ຂົງ​ເຂດ​​ການທ່ອງ​ທ່ຽວ… ສິ່ງ​​ທີ່ພິ​ເສດ​ໃນ​ລາຍ​ການ​ໂຄ​ສະ​ນາ​ຄັ້ງ​ນີ້​ແມ່ນ​ທ່ານ Howard Limbert, ຫົວ​ໜ້າ​ຄະ​ນະ​ຄົ້ນ​ຫາ​ຖ້ຳ ເຊີ​ນດອງ ຈະ​ແນະ​ນຳ​ໂດຍ​ກົງ​ກ່ຽວ​ກັບ​ຄວາມ​ສະ​ມາດ​ບົ່​ມ​ຊ້ອນ​ການ​ທ່ອງ​ທ່ຽວ​ຂອງ​ແຂວງ ກວາງ​ບິ່ງ ແລະ ແຜນ​ການ​ຖ່າຍ​ທ​ຳ​ຟິມ​ຮູບ​ເງົາ​ໂຄ​ສະ​ນາ​ຖ້ຳ ເຊີນ​ດອງ ຂອງ​ຊ່ອງ Channel 5, ໂທ​ລະ​ພາບ ສິງ​ກະ​ໂປ.


ຂ່າວ/ບົດ​ອື່ນ