ລັດຖະມົນຕີເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຍີ່ປຸ່ນປະຈຳຫວຽດນາມ

ລັດຖະມົນຕີເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຍີ່ປຸ່ນປະຈຳຫວຽດນາມ - ảnh 1
(ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ ຕ້ອນຮັບ​ ທ່ານ Hiroshi Fukada ​
ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະູຈຳ ຫວຽດນາມ)

(vovworld) – ​ ​ຕອນ​ບ່າຍ​ວັນ​ທີ 23/11, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫລວດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Hiroshi Fukada ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ຍີ່ປຸ່ນ ປະູຈຳ ຫວຽດນາມ ​ແລະ ທ່ານ Mori Mutsuya ຫົວໜ້າ​ຜູ້ຕາງໜ້າ​ອົງການ​ຮ່ວມ​ມື​ສາກົນ ຍີ່ປຸ່ນ ປະຈຳ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ຕ້ອນຮັບ, ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ຕຳຫລວດ ຫວຽດນາມ ​ແລະ ອົງການ​ຮ່ວມ​ມື​ສາກົນ ຍີ່ປຸ່ນ ຈະຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກ່ວາ​ອີກ ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ຄື: ຮັບປະກັນຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຄວາມ​ປອດ​ໄພ​ໃນ​ການ​ຄົມ​ມະນາຄົມ; ການປ້ອງ​ກັນຕ້ານ​ອັກຄີ​ໄພ, ກູ້​ໄພ​ກູ້​ຊີບ. ພິ​ເສດ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ, ຝຶກ​ຊ້ອມ, ຍົກ​ສູງກຳລັງ​ຄວາມ​ສາມາດ ​ແລະ ຫັນ​ກຳລັງ​ຕຳຫລວດ​ປ້ອງ​ກັນ​ຕ້ານ​ອັກຄີ​ໄພ ​ແລະ ກູ້​ໄພ​ກູ້​ຊີບ​ຂອງ ຫວຽດນາມ ​ເປັນ​ທັນ​ສະ​ໄໝ. ທ່ານ Hiroshi Fukada ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ຍີ່ປຸ່ນ ປະູຈຳ ຫວຽດນາມ ​ແລະ ທ່ານ Mori Mutsuya ຫົວໜ້າ​ຜູ້ຕາງໜ້າ​ອົງການ​ຮ່ວມ​ມື​ສາກົນ ຍີ່ປຸ່ນ ປະຈຳ ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ​ລະຫວ່າງ ອົງການ​ຮ່ວມ​ມື​ສາກົນ ຍີ່ປຸ່ນ ກັບ ກະຊວງ​ຕຳຫລວດ ຫວຽດນາມ ຈະ​ພັດທະນາ​ຮອບ​ດ້ານຢ່າງ​ບໍ່​ຢຸດ​ຢັ້ງ, ບັນລຸ​ໝາກຜົນ​ອັນ​ດີງາມ​ຫລາຍ​ຢ່າງ, ປະກອບສ່ວນສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ຢີ່ຢຸ່ນ ​ເລິກ​ເຊິ່ງ​ຕື່ມ​ອີກ.

 

ຂ່າວ/ບົດ​ອື່ນ