ລັດຖະມົນຕີເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດອາເມລິກາແລະທີ່ປຶກສາປ້ອງກັນຄວາມສະຫງົບສປຊ

ລັດຖະມົນຕີເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດອາເມລິກາແລະທີ່ປຶກສາປ້ອງກັນຄວາມສະຫງົບສປຊ - ảnh 1
ລັດຖະມົນຕີເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດອາເມລິກາ

(vovworld) – ຕອນ​ບ່າຍ​ວັນ​ທີ 30/1, ທີ່​ສຳ​ນັກ​ງານ​ກະ​ຊວງ​ຕຳຫຼວດ, ທ່ານ​ພົນ​ເອກ ເຈີ່ນ​ດ້າຍກວາງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳຫຼວດ ໄດ້​ໃຫ້​ການ​ຕ້ອ​ນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ອາ​ເມ​ລິ​ກາ ທ່ານ Theodore G. Osius. ທີ່​ການ​ຕ້ອນ​ຮັບ, ທ່ານ​ລັດ​ຖະ​ມົນ​ຕີ ເຈີ່ນ​ດ້າຍກວາງ ໄດ້​ອວຍ​ພອນ​ໃຫ້​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ Theodore G. Osius ​ປະ​ຕິ​ບັດ​ໜ້າທີ່​ການ​ທູດ​ຢູ່ ຫວຽດ​ນາມ ສຳ​ເລັດ​ຜົນ, ປະ​ກອບ​ສ່ວນ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ, ໃນ​ນັ້ນ​ມີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ຕຳຫຼ​ວດ ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ ອາ​ເມ​ລິ​ກາ.

        ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດ​ຽວ​ກັນ, ທ່ານ​ລັດ​ຖະ​ມົນ​ຕີ ເຈີ່ນ​ດ້າຍກວາງ ໃຫ້​ການ​ຕ້ອນ​ຮັບ​ທ່ານ Micheal Center, ຜູ້​ທີ່​ປຶກ​ສາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສະ​ຫະ​ປະ​ຊາ​ຊາດ ປະ​ຈ​ຳ ຫ​ວຽດ​ນາມ. ນະ​ທີ່ນີ້, ທ່ານ ເຈີ່ນ​ດ້າຍກວາງ ເນັ້ນ​ໜັກ​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ, ບັນ​ດາ​ຫົວ​ໜ່ວຍ​ຮັບ​ຜິດ​ຊອບ​ຂອງ​ກະ​ຊວງ​ຕຳຫຼວ​ດ ຫວຽດ​ນາມ ແລະ ຄະ​ນະ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ປອ​ດ​ໄພ​ຂອງ ສ​ປ​ຊ ໄດ້​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ມີ​ປະ​ສິດ​ທິ​ຜົນ, ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ​ໃຫ້​ບັນ​ດາ​ພາ​ລະ​ກອນ ແລະ ສຳ​ນັກ​ງານ​ຂອງ​ອົງ​ການ ສ​ປ​ຊ ປະ​ຈຳ ຫວຽດ​ນາມ. ທ່ານ​ລັດ​ຖະ​ມົນ​ຕີ​ຫວັງ​ວ່າ: 2 ຝ່າຍ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ສົມ​ທົບ​ກັນ​ປະ​ຕິ​ບັດ​ງານ, ເພີ່​ມ​ທະ​ວີ​ການ​ແບ່ງ​ປັນ​ບັນ​ດາ​ຂໍ້​ມູນ​ຂ່າວ, ສ້າງ​ຕັ້ງ​ບັນ​ດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ, ຫຼາຍ​ຝ່າຍ, ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ປອດ​ໄພ​ໃຫ້ບັນ​ດາ​ລາຍ​ການ ແລະ ກາ​ນ​ເຄື່ອນ​ໄຫວ​ຂອງ ສ​ປ​ຊ ເຊິ່ງ ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ.

ຂ່າວ/ບົດ​ອື່ນ