ລັດຖະມົນຕີເຈີ່ນດ້າຍກວາງພົບປະເຈລະຈາກັບບັນດາອົງການປະຕິບັດກົດໝາຍອົດສຕາລີ

ລັດຖະມົນຕີເຈີ່ນດ້າຍກວາງພົບປະເຈລະຈາກັບບັນດາອົງການປະຕິບັດກົດໝາຍອົດສຕາລີ - ảnh 1
ທ່ານ​ລັດຖະມົນຕີ​ ​ເຈີ່ນ​ດ້າຍ​ກວາງ ພົບ​ປະ​ກັບ​ທ່ານນາງ ລັດຖະມົນຕີ​
ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອົດສຕາ​ລີ Julie Bishop
(ພາບ: vtc.vn)

(vovworld) – ​ ​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ອົດສຕາ​ລີ, ວັນ​ທີ 15/9, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫລວດ​ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ພົບ​ປະ​ເຈລະຈາ​ກັບ​ທ່ານ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອົດສຕາ​ລີ Julie Bishop, ທ່ານລັດຖະມົນຕີ​ວ່າການ​ກະຊວງ​ຄົນເຂົ້າ​ເມືອງ ແລະ ປົກ​ປັກ​ຮັກສາ​ຊາຍ​ແດນ ອົດສຕາ​ລີ Peter Dutton, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ສະຫະພັນ ອົດສຕາ​ລີ Michael Keenan, ຜູ້ບັນຊາ​ການ​ສູງ​ສຸດ​ຕຳຫລວດ​ສະຫະພັນ ອົດສຕາ​ລີ ທ່ານ Andrew Colvin. ທ່ີ​ບັນດາ​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ ຂອບ​ອົກ​ຂອບ​ໃຈ​ບັນດາການ​ປະກອບສ່ວນຢ່າງ​ຕັ້ງໜ້າ ​​ເຂົ້າໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫລວດ ຫວຽດນາມ ກັບ​ບັນດາ​ອົງການ​ປະຕິບັດ​ກົດໝາຍ ອົດສຕາ​ລີ, ຂອບ​ໃຈ​ການ​ຊ່ວຍ​ເຫຼືອ​ຈາກ​ລັດຖະບານ ອົດສຕາ​ລີ ​ໃນ​ວຽກ​ງານ​ບຳລຸງ​ສ້າງ, ຍົກ​ສູງ​ຄວາມ​ສາມາດ, ລະດັບ​ຄວາມ​ຮູ້​ໃຫ້​ພະນັກງານ​ປະຕິບັດ​ກົດໝາຍ​ຂອງ ຫວຽດນາມ ​ໂດຍ​ຜ່ານ​ບັນດາ​​ໂຄງການ​ບຳລຸງ​ສ້າງ​ພະນັກງານ​ປະຕິບັດ​ກົດໝາຍ​ຢູ່​ພາກ​ພື້ນ ອາຊີ, ​ໂຄງການ​ບຳລຸງ​​ທັກ​ສະ​ຄຸ້ມ​ຄອງ​ກວດກາ​ຊາຍ​ແດນ ​ແລະ ​ໂຄງການ​ກໍ່ສ້າງ​ສູນ​ບຳລຸງ​ສ້າງ​ລະດັບ​ພາກພື້ນ​ກ່ຽວ​ກັບ​ການປ້ອງ​ກັນ, ຕ້ານ​ອາດຊະຍາ​ກ​ຳນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ​ຢູ່ ຫວຽດນາມ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ເຊັນ​ຕໍ່ກຳນົດ​ເວລາ​ບົດ​ບັນທຶກ​ຊ່ວຍ​ຈຳ​ໃນ​ຂົງ​ເຂດ​ຕໍ່ສູ້​ປ້ອງ​ກັນ,ຕ້ານ​ອາດຊະຍາ​ກຳ​ຂ້າມຊາດ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ຕຳຫລວດ, ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບການ​ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ; ການສໍ້​ລາດ​ບັງ​ຫລວງ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ, ​ໂອ້​ລົມ​ສົນທະນາ​ກ່ຽວກັບການ​ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ.

ຂ່າວ/ບົດ​ອື່ນ