ລັດຖະມົນຕີເຈິ່ນດ້າຍກວາງເຂົ້າຮ່ວມກອງປະຊຸມAMMTC10ຢູ່ມາເລເຊຍ

ລັດຖະມົນຕີເຈິ່ນດ້າຍກວາງເຂົ້າຮ່ວມກອງປະຊຸມAMMTC10ຢູ່ມາເລເຊຍ - ảnh 1
ລັດຖະມົນຕີເຈິ່ນດ້າຍກວາງ
ເຂົ້າຮ່ວມກອງປະຊຸມAMMTC10ຢູ່ມາເລເຊຍ
(ພາບ: Vietnam+)

(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ປັນ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ມາ​ເລ​ເຊຍ Ahmad Zahid Hamidi, ວັນ​ທີ 28/9, ທ່ານ​ພົນ​ເອກ ​ເຈິ່ນດ້າຍ​ກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ, ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ງ​ສູງ​ກະຊວງ​ຕຳຫຼວດ​ຫວຽດນາມ ເຂົ້າ​ຮ່ວມ​ກອງ​ປະຊຸມ ລັດຖະມົນຕີ​ບັນດາ​ປະ​ເທດ​ອາ​ຊຽນກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດ​ສະ​ຍາ​ກຳ​ຂ້າມ​ຊາດ ຄັ້ງ​ທີ 10 (AMMTC) ​ແລະ ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ ບັນດາ​ປະ​ເທດ​ອາ​ຊຽນ ກັບ 3 ປະ​ເທດ​ຄູ່​ຮ່ວມ​ມື, ຄູ່​ເຈລະຈາ ຈີນ, ຍີ່ປຸ່ນ, ສ​ເກົາຫຼີ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ  AMMTC 10 ທີ່​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 29/9, ທ່ານ​ ລັດຖະມົນຕີ ເຈິ່ນດ້າຍ​ກວາງ, ​ເນັ້ນ​ໜັກ​ວ່າ: ​ໄລຍະ​ຜ່ານ​ມາ, ຫວຽດນາມ ​ໄດ້​ກໍ່ສ້າງ ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ; ການ​ຄ້າ​ມະນຸດ ​ແລະ ປ້ອງ​ກັນ, ຕ້ານ​ອາດ​ສະ​ຍາ​ກຳ​ຢ່າງ​ມີ​ປະສິດທິຜົນ. ກຳລັງ​ຕຳຫຼວດ​ຫວຽດນາມ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ປະຕິບັດ​ກົດໝາຍ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື, ຄູ່​ເຈລະຈາ​ໃນ​ການ​ສືບສວນ, ​ແກ້​ໄຂ​ບັນດາ​ຄະດີ​ອາດ​ສະ​ຍາ​ກຳ​ຂ້າມ​ຊາດ, ​ຈັບ​ຫຼາຍ​ອາດ​ສະ​ຍາ​ກອນ​ ຊາວ​ຕ່າງປະ​ເທດ ​ແລະ ​ໄດ້​ມອບ​ໃຫ້​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ.

ທີ່​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ອາ​ຊຽນ ​ໄດ້​ຮັບຮອງ​ເອົາ​ແຜນການ​ດຳ​ເນີນ​ງານ​ອາຊຽນ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະນຸດ; ຖະ​ແຫຼ​ງການ​ຮ່ວມ ກົວ​ລາ​ລຳ​ເປີ ກ່ຽວ​ກັບ​ຄົນ​ອົບ​ພະຍົບຢ່າງ​ຜິດ​ປົກກະຕິ ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້; ຖະ​ແຫຼ​ງການ​ຮ່ວມ ກົວ​ລາ​ລຳ​ເປີ ກ່ຽວ​ກັບ​ອາດ​ສະ​ຍາກ​ຳຂ້າມ​ຊາດ​ປີ 2015 ​ແລະ ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ, ​ໃນ​ນັ້ນ​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ​ກວ່າ​ອີກ ​ເພື່ອ​ຕໍ່ສູ້​ສະກັດ​ກັ້ນ ບັນດາ​ອາດ​ສະ​ຍາ​ກຳ​ຂ້າມ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ, ​ແນ​ໃສ່​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ

ຂ່າວ/ບົດ​ອື່ນ