ລັດຖະມົນຕີເສດຖະກິດ ອາຊຽນ ທາບທາມຄຳເຫັນກັບຈີນ, ສເກົາຫລີ ແລະ ຍີ່ປຸ່ນ

 ລັດຖະມົນຕີເສດຖະກິດ ອາຊຽນ ທາບທາມຄຳເຫັນກັບຈີນ, ສເກົາຫລີ ແລະ ຍີ່ປຸ່ນ - ảnh 1
ລັດຖະມົນຕີເສດຖະກິດ ອາຊຽນ ທາບທາມຄຳເຫັນກັບຈີນ, ສເກົາຫລີ ແລະ ຍີ່ປຸ່ນ
 ພາບ: dantri.com.vn


(vovworld) - ທີ່​ກອງ​ປະຊຸມ​ທາ​ບທາມ​ຄຳ​ເຫັນ​ຄັ້ງ​ທີ 11 ລະ​ຫວ່າງ​ບັນດາ​ທ່ານ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ​ແລະ ລັດຖະມົນຕີ​ການ​ຄ້າ ຈີນ ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 44 (AEM - 44) ຊ່ືງ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 29/8 ຢູ່ ນະຄອນ ຊຽມຣຽບ ປະ​ເທດ ກຳປູ​ເຈຍ, ສອງ​ຝ່າຍ​ໄດ້ໝັ້ນ​ໝາຍ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ. ທີ່​ກອງ​ປະຊຸມ, ​ເນື້ອ​ໃນ​ສຳຄັນ​ຈຳນວນ​ຫນຶ່ງ​ຊື່​ງບັນດາ​ທ່ານ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ​ແລະ ລັດຖະມົນຕີ​ການ​ຄ້າ ຈີນ ຍົກ​ອອກ​ມາ​ປຶກສາ​ຫາລື ​ແມ່ນ​ພິຈາລະນາ​ຂໍ້​ສະ​ເຫ​ນີກ່ຽວ​ກັບ​ເລື່ອງ ຮົ່ງກົງ ​ເຂົ້າ​ຮ່ວມ​ສັນຍາ​ການ​ຄ້າ​ເສລີ ອາ​ຊຽນ - ຈີນ (ACFTA). ບັນດາ​ທ່ານ​ລັດຖະມົນຕີ​ຂໍ​ໃຫ້​ເອົາ​ໃຈ​ໃສ່​ເຖິງ​ການ​ຄົ້ນ​ຄ້ວາ​ປະຕິບັດ​ວິວັດ​ການ ຮົ່ງກົງ ​ເຂົ້າ​​ຮ່ວມ ACFTA ​ແລະ ຊົມ​ເຊີຍ​ການ​ພິຈາລະນາ​ຢ່າງ​ຕັ້ງຫນ້າ​ຂອງ​ບັນດາ​ທ່ານ​ລັດຖະມົນຕີ​​ເສດຖະກິດ ອາ​ຊຽນ ສຳລັບ​ຂໍ້​ສະ​ເຫ​ນີ​ເຂົ້າຮ່ວມ ACFTA ຂອງ​ຮົ່ງກົງ ​.

ທີ່​ກອງ​ປະຊຸມ​ທາ​ບທາມ ອາ​ຊຽນ - ສ​ເກົາຫລີ ຄັ້ງ​ທີ 9, ສອງ​ຝ່າຍ​ໄດ້​ເນັ້ນ​ຫນັກ​​ເຖິງ​ຄວາມ​ສຳຄັນ​​ໃນ​ການ​ປະຕິບັດ​ສັນຍາ​ແລກປ່ຽນ​ສິນຄ້າ ອາ​ຊຽນ - ສ​ເກົາ​ຫລີຂອງຝ່າຍ​ຕ່າງໆ. ສ່ວນ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 44 ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 29/8 ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ທາ​ບທາມ​ຄຳ​ເຫັນ​ຮ່ວມ​ຄັ້ງ​ທີ 15 ລະຫວ່າງ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ກັບ​ລັດຖະມົນຕີ​ເສດຖະກິດ​ສາມ​ປະ​ເທດ​ຄູ່​ເຈລະຈາ​ຢູ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ເຫນືອ ນັ້ນ​ແມ່ນ: ຈີນ, ຍີ່ປຸ່ນ ​ແລະ ສ​ເກົາຫລີ. ບັນດາ​ທ່ານ​ລັດຖະມົນຕີ​ກໍ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ສະພາບ​​ເສດຖະກິດ​ໃນ​ທົ່ວ​ໂລກ ​ແລະ ການ​ພັດທະນາ​ເສດຖະກິດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຂອງ ອາ​ຊຽນ ​ແລະ ບັນດາ​ປະ​ເທດ./.

 

 

 

 

 

 

 

ຂ່າວ/ບົດ​ອື່ນ