ລັດຖະມົນຕີ​ເສດຖະກິດ ​ແລະ ​ເຕັກ​ໂນ​ໂລ​ຊີເຢຍລະມັນ ຢ້ຽມຢາມຫວຽດນາມ

ລັດຖະມົນຕີ​ເສດຖະກິດ ​ແລະ ​ເຕັກ​ໂນ​ໂລ​ຊີເຢຍລະມັນ ຢ້ຽມຢາມຫວຽດນາມ - ảnh 1
(ລັດຖະມົນຕີ​ເສດຖະກິດ ​ແລະ ​ເຕັກ​ໂນ​ໂລ​ຊີ ເຢຍລະ​ມັນ Philipp Roesler)

(vovworld) -     ວັນ​ທີ 17/9, ທ່ານລັດຖະມົນຕີ​ເສດຖະກິດ ​ແລະ ​ເຕັກ​ໂນ​ໂລ​ຊີ​ເຢຍລະ​ມັນ Philipp Roesler ​ໄດ້​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ​​ແຕ່​ວັນ​ທີ 17 – 19/9 ຢ່າງ​ເປັນ​ທາງ​ການ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານລັດຖະມົນຕີ​ເສດຖະກິດ ​ແລະ ​ເຕັກ​ໂນ​ໂລ​ຊີ​ເຢຍລະ​ມັນ  ຈະ​ມີການ​ພົບ​ປະ​ກັບ​ການ​ນຳ​ຫວຽດນາມ. ທ່ານລັດຖະມົນຕີ​ເສດຖະກິດ ​ແລະ ​ເຕັກ​ໂນ​ໂລ​ຊີ Philipp Roesler ກໍ​​ຈະເຂົ້າ​ຮ່ວມ​ເວທີ​ປາ​​ໄສ​ເສດຖະກິດເຢຍລະ​ມັນ - ຫວຽດນາມ ຢູ່​ນະຄອນ​ໂຮ່ຈິ​ມິນ​ໃນ​ວັນ​ທີ 19/9. ປະຈຸ​ບັນ ເຢຍລະ​ມັນ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຫວຽ​ດນາມ ຢູ່​ເອີ​ລົບ. ຕອບ​ສຳພາດຕໍ່​ນັກ​ຂ່າວໜັງສືພິມ Tuoi tre Viet Nam (​ແປ່​ວ່າ ​ໄວ​ໜຸ່ມ​ຫວຽດນາມ) ຜ່ານທາງ​ອີ​ແມວ ກ່ອນ​ທີ່​ຈະ​ມາ​ຢ້ຽມຢາມ​ຫວຽດນາມ, ທ່ານລັດຖະມົນຕີ​ເສດຖະກິດ ​ແລະ ​ເຕັກ​ໂນ​ໂລ​ຊີ Philipp Roesler ​ໃຫ້​ຮູ້​ວ່າ ຫວຽດນາມ ​ແມ່ນ​ຕະຫຼາດ​​ສຳຄັນ​ຂອງ​ເຢຍລະ​ມັນ ໃນປະຈຸບັນ ແລະ ​ໃນອະນາຄົດ. ​ໂດຍຜ່ານຫວຽດນາມ ບັນດາວິສາຫະກິດຂອງເຢຍລະມັນ ສາມາດແຊກແຊງເຂົ້າຕະຫຼາດທີ່​ເຕັມ​ໄປ​ດ້ວຍຄວາມສາມາດບົມຊ້ອນຂອງອາຊຽນ ດ້ວຍພົນລະເມືອງ 600 ລ້ານຄົນ. ບັນດາວິສາຫະກິດຫວຽດນາມ ໄດ້ຮັບ​ການຊົມເຊີຍຢູ່ເຢຍລະມັນ. ທ່ານລັດຖະມົນຕີ​ເສດຖະກິດ ​ແລະ ​ເຕັກ​ໂນ​ໂລ​ຊີ Philipp Roesler ໃຫ້ຄຳໝັ້ນສັນຍາວ່າຈະພັດທະນາ ການຄ້າສອງຝ່າຍ ແລະ ສະໜັບສະໜູນຫວຽດນາມ ໃນວິວັດການເຈລະຈາສັນຍາການຄ້າ ເສລີ (FTA) ​ໃນ​​ສະຫະພາບ​ເອີ​ລົບ (EU).

ຂ່າວ/ບົດ​ອື່ນ