ລັດຖະສະພາ ອົດສະຕາລີ ຕີລາຄາສູງການພົວພັນຮ່ວມມືກັບສະພາແຫ່ງຊາດ ຫວຽດນາມ

(VOVWORLD) - ການຢ້ຽມຢາມ ອົດສະຕາລີ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແມ່ນກາລະໂອກາດເພື່ອການນຳອົງການນິຕິບັນຍັດສອງປະເທດສ້າງການພົວພັນ...
ລັດຖະສະພາ ອົດສະຕາລີ ຕີລາຄາສູງການພົວພັນຮ່ວມມືກັບສະພາແຫ່ງຊາດ ຫວຽດນາມ - ảnh 1ທ່ານນາງ Sue Lines, ປະທານສະພາສູງ ອົດສະຕາລີ

ໂດຍໄດ້ຮັບຄຳເຊີນຂອງທ່ານ Milton Dick, ປະທານສະພາຕ່ຳ ອົດສະຕາລີ, ທ່ານນາງ Sue Lines, ປະທານສະພາສູງ ອົດສະຕາລີ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ເວືອງດິ່ງເຫວະ, ປະທານສະພາແຫ່ງຊາດ ນຳໜ້າ ໄດ້ໄປຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການແຕ່ວັນທີ 30 ພະຈິກ ຫາວັນທີ 3 ທັນວາ.

        ການຢ້ຽມຢາມ ອົດສະຕາລີ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແມ່ນກາລະໂອກາດເພື່ອການນຳອົງການນິຕິບັນຍັດສອງປະເທດສ້າງການພົວພັນ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ. ເມື່ອຕອບສຳພາດຂອງນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອົດສະຕາລີ, ທ່ານນາງ Sue Lines, ປະທານສະພາສູງ ອົດສະຕາລີ ເນັ້ນໜັກວ່າ: ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແມ່ນແຂກຖືກເຊີນຄົນທຳອິດຂອງສະພາແຫ່ງຊາດຊຸດໃໝ່ ອົດສະຕາລີ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ການຕີລາຄາສູງການພົວພັນຮ່ວມມືກັບສະພາແຫ່ງຊາດ ຫວຽດນາມ ຂອງລັດຖະສະພາ ອົດສະຕາລີ:

        “ເພື່ອໃຫ້ພວກເພື່ອນເຂົ້າໃຈແຈ້ງກ່ຽວກັບຄວາມສຳຄັນຂອງ ຫວຽດນາມ ສຳລັບພວກຂ້າພະເຈົ້າ, ຂ້າພະເຈົ້າກໍ່ຢາກເນັ້ນໜັກວ່າ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແມ່ນແຂກຖືກເຊີນຄົນທຳອິດຂອງສະພາແຫ່ງຊາດຊຸດໃໝ່ ອົດສະຕາລີ. ສິ່ງດັ່ງກ່າວສະແດງໃຫ້ເຫັນແຈ້ງວ່າ ພວກຂ້າພະເຈົ້າຕີລາຄາສູງການພົວພັນກັບ ຫວຽດນາມ. ໃນການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະຊ່ວຍໃຫ້ຂ້າພະເຈົ້າ, ຜູ້ທີ່ຫາກໍ່ດຳລົງຕຳແໜ່ງນີ້ ແລະ ບັນດາການນຳທີ່ຈະພົບປະກັນຢູ່ອົດສະຕາລີ ເຂົ້າໃຈກ່ຽວກັບບັນຫາປະຈຸບັນ ກໍ່ຄືຄວາມສາມາດບົ່ມຊ້ອນຂອງປະຊາຊົນ ຫວຽດນາມ ກ່ວາອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ