ລັດ​ຖະ​ສະ​ພາ ອາ​ເມ​ລິ​ກາ ແກ້​ໄຂຈຸ​ດ​ອຸດ​ຕັນ​ກ່ຽວ​ກັບ​ດ້ານ​ງົບ​ປະ​ມານ

(VOVWORLD) - ຮ່າງກົດໝາຍຈະເບີກຈ່າຍປະມານ 75% ຍອດມູນຄ່າການໃຊ້ຈ່າຍຂອງລັດຖະບານ ສຳລັບສົກປີການເງິນ ທີ່ຈະສິ້ນສຸດໃນວັນທີ 30 ກັນຍາ 2024 ນີ້. 
ລັດ​ຖະ​ສະ​ພາ ອາ​ເມ​ລິ​ກາ ແກ້​ໄຂຈຸ​ດ​ອຸດ​ຕັນ​ກ່ຽວ​ກັບ​ດ້ານ​ງົບ​ປະ​ມານ - ảnh 1ສຳນັກງານລັດຖະສະພາ ອາເມລິກາ (ພາບ:TTXVN)

ວັນທີ 19 ມີນາ, ການນຳພັກສາທາລະນະ ແລະ ພັກປະຊາທິປະໄຕ ຢູ່ ລັດຖະສະພາ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ສາມາດບັນລຸໄດ້ຂໍ້ຕົກລົງເພື່ອຮັກສາແຫຼ່ງການເງິນໃຫ້ແກ່ລັດຖະບານຮອດທ້າຍສົກປີການເງິນ (ເຊິ່ງເລີ່ມແຕ່ເດືອນ ຕຸລາ ປີ 2023), ຜ່ານນັ້ນ ກໍ່ເລີ່ມການສ້າງໃຫ້ສຳເລັດ ແລະ ຮັບຮອງເອົາຮ່າງກົດໝາຍ ເພື່ອແນໃສ່ຫຼີກລ້ຽງຄວາມສ່ຽງທີ່ ລັດຖະບານຈະຕ້ອງປິດປະຕູໃນທ້າຍອາທິດນີ້.

        ທ່ານ Mike Johnson ປະທານສະພາຕ່ຳ, ສະມາຊິກສະພາຕ່ຳສາທາລະນະ ແລະ ທ່ານ Chuck Schumer ສະມາຊິກສະພາສູງພັກປະຊາທິປະໄຕ ໄດ້ແຈ້ງໃຫ້ຊາບກ່ຽວກັບຂໍ້ຕົກລົງດັ່ງກ່າວ. ຮ່າງກົດໝາຍຈະເບີກຈ່າຍປະມານ 75% ຍອດມູນຄ່າການໃຊ້ຈ່າຍຂອງລັດຖະບານ ສຳລັບສົກປີການເງິນ ທີ່ຈະສິ້ນສຸດໃນວັນທີ 30 ກັນຍາ 2024 ນີ້, ເຊິ່ງລວມທັງການໜູນຊ່ວຍໃຫ້ແກ່ກອງທັບ, ຄົມມະນາຄົມ, ເຮືອນຢູ່ ແລະ ຄວາມປອດໄພດ້ານສະບຽງອາຫານ. ເຖິງຢ່າງໃດກໍຕາມ, ກໍຍັງມີຫຼາຍການໂຕ້ຖຽງກັນ ກ່ຽວກັບບ້ວງໜີ້ສິນສາທາລະນະທີ່ມີມູນຄ່າ 34.500 ຕື້ USD ແລະ ພວມສືບຕໍ່ເພີ່ມຂຶ້ນຂອງ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ