ລັດຖະສະພາ ເອີຣົບ ຮັບຮອງເອົາຄະນະກຳມະການເອີຣົບໃໝ່

(VOVWORLD) - ວັນທີ 27 ພະຈິກ, ດ້ວຍບັດເຫັນດີ 461 ບັດ, ບັດຄ້ານ 157 ບັດ ແລະ ບັດຂາວ 89 ບັດ, ລັດຖະສະພາ ເອີຣົບ (EP) ຢູ່ ຝຣັ່ງ, ໄດ້ຮັບຮອງເອົາບຸກຄະລາກອນຂອງຄະນະກຳມະການເອີຣົບ (EC) ໃໝ່ ໂດຍທ່ານນາງ Ursula von der Leyen ນຳພາ.

 ຕໍ່ໄປ, ຄະນະກຳມະການເອີຣົບ ຕ້ອງໄດ້ຮັບການໃຫ້ສັດຕະຍາບັນຈາກສະພາເອີຣົບ ກ່ອນທີ່ອົງການອຳນາດບໍລິຫານ ເອີຣົບ ຮັບດຳລົງຕຳແໜ່ງໃນວັນທີ 01 ທັນວາ ຈະມາເຖິງ.

ລັດຖະສະພາ ເອີຣົບ ຮັບຮອງເອົາຄະນະກຳມະການເອີຣົບໃໝ່ - ảnh 1 ທ່ານນາງ Ursula von der Leyen . ພາບ: AFP/TTXVN

        ກ່າວຄຳເຫັນຕໍ່ໜ້າລັດຖະສະພາ ເອີຣົບ, ທ່ານນາງ Ursula von der Leyen ໃຫ້ຄຳໝັ້ນສັນຍາວ່າ ຈະຕ້ານຄືນໄພນາບຂູ່ຈາກການປ່ຽນແປງຂອງດິນຟ້າອາກາດໃນປັດຈຸບັນ, ແຕ່ຍັງຄົງຮັບປະກັນການເຕີບໂຕເສດຖະກິດໄດ້.

ທ່ານນາງ Ursula von der Leyen ກໍ່ຮຽກຮ້ອງດັດປັບບັນດາຂໍ້ກຳນົດ ອີຢູ ໃຫ້ມີຄວາມໄຫວພິບກ່ວາ ເພື່ອຊ່ວຍບັນດາພື້ນຖານເສດຖະກິດພັດທະນາ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ກໍ່ຄວາມກົດດັນແນໃສ່ຮັບປະກັນການຮັກສາບັນດາມາດຖານປະຊາທິປະໄຕ.

ຕອບກັບ

ຂ່າວ/ບົດ​ອື່ນ