ລັດ​ຖະ​ສະ​ພາ ເອີ​ຣົບ ເລືອກ​ຕັ້ງ​ຮອງ​ປະ​ທານ​ຄົນ​ໃໝ່

(VOVWORLD) -ລັດຖະສະພາເອີີຣົບ (EP)  ໄດ້ເລືອກຕັ້ງທ່ານ Marc Angel, ຊາວ ລຸກຊຳບວກ, ເປັນຮອງປະທານຄົນໃໝ່ຂອງອົງການນີ້. 
ລັດ​ຖະ​ສະ​ພາ ເອີ​ຣົບ ເລືອກ​ຕັ້ງ​ຮອງ​ປະ​ທານ​ຄົນ​ໃໝ່ - ảnh 1ທ່ານ Marc Angel ໄດ້ຮັບການເລືອກຕັ້ງເປັນຮອງປະທານ EP (ພາບ: AFP/TTXVN)

ວັນທີ 18 ມັງກອນ, ລັດຖະສະພາເອີີຣົບ (EP)  ໄດ້ເລືອກຕັ້ງທ່ານ Marc Angel, ຊາວ ລຸກຊຳບວກ, ເປັນຮອງປະທານຄົນໃໝ່ຂອງອົງການນີ້. ທ່ານ Angel ເປັນສະມາຊິກຂອງພັກກຳມະກອນສັງຄົມ ລຸກຊຳບວກ, ເປັນອະດີດສະມາຊິກສະພາແຫ່ງຊາດປະເທດນີ້ ແລະ ເປັນສະມາຊິກລັດຖະສະພາ EP ປີ 2019.

        ທ່ານ Angel ໄດ້ເປັນຮອງປະທານ EP ແທນທ່ານນາງ Eva Kaili ພາຍຫຼັງທີ່ຖືກຈັບຍ້ອນຂໍ້ກ່າວຫາວ່າມີສ່ວນກ່ຽວຂ້ອງເຖິງການຮັບສິນບົນຈາກ ກາຕາ ແລະ ມາຣົກ ແລະ ຖືກກັກຂັງຢູ່ ແບນຊິກ ນັບແຕ່ເດືອນ ທັນວາ 2022.

ຕອບກັບ

ຂ່າວ/ບົດ​ອື່ນ