ລັດ​ຖະ​ສະ​ພາ​ ເອີ​ລົບ​ ສະ​ໜັບ​ສະ​ໜູນ​ທັດ​ສະ​ນະ​ເຈ​ລະ​ຈາ​ຢ່າງ​ແໜ້ນ​ແຟ້ນ​ກັບ​ອັງ​ກິດ

(VOVWORLD) -ວັນທີ 12 ກຸມພາ, ລັດຖະສະພາເອີລົບ (EP) ໄດ້້ເຫັນດີເປັນເອກະພາບວ່າ ສະຫະພາບເອີລົບ (EU) ຄວນຮັກສາທັດສະນະເຈລະຈາຢ່າງແໜ້ນແຟ້ນກັບອັງກິດ, ພິເສດແມ່ນໄດ້ເນັ້ນໜັກເຖິງການຮັບປະກັນບັນດາກ່ຳປັ່ນຫາປາຂອງ EU ຍັງຄົງມີສິດໄດ້ສຳຜັດກັບບັນດາເຂດທະເລຂອງ ອັງກິດ ແລະ ຮັກສາບົດບາດຂອງສານຍຸຕິທຳເອີລົບ (ECJ).
ລັດ​ຖະ​ສະ​ພາ​ ເອີ​ລົບ​ ສະ​ໜັບ​ສະ​ໜູນ​ທັດ​ສະ​ນະ​ເຈ​ລະ​ຈາ​ຢ່າງ​ແໜ້ນ​ແຟ້ນ​ກັບ​ອັງ​ກິດ - ảnh 1

ລົດບັນທຸກໄປຍັງທ່າກ່ຳປັ່ນ Dover ຂຶ້ນກັບອັງກິດເພື່ອອອກຊ່ອງແຄບ Dover ໃນວັນທີ 1 ກຸມພາ 2020 (ພາບ: TTXVN)

ດ້ວຍບັດສະໜັບສະໜູນ 579 ບັດ ແລະ ບັດຄ້ານ 24 ບັດ, EP ໄດ້ຮັບຮອງເອົາບັນດາເນື້ອໃນພື້ນຖານຂອງ ເອກະສານມອບສິດ ເຈລະຈາ. ລາຍລະອຽດຂອງ ເອກະສານນີ້ຈະໄດ້ຮັບການປະຕິບັດຈາກ ຄະນະກຳມະການເອີລົບ (EC) ໃຫ້ສຳເລັດກ່ອນທີ່ການເຈລະຈາດ້ານການຄ້າກັບອັງກິດເລີ່ມແຕ່ເດືອນມີນາຈະມາເຖິງ. ບັນດາການເຈລະຈາ ຈະກຳນົດຮູບແບບການພົວພັນໃນອະນາຄົດ ລະຫວ່າງ EU ແລະ ອັງກິດ ໃນສະໄໝຫຼັງ Brexit.

ຕອບກັບ

ຂ່າວ/ບົດ​ອື່ນ