ລັດ​ຖະ​ສະ​ພາ ເອີ​ລົບ​ ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ Brexit ຢ່າງ​ເປັນ​ທາງ​ການ

(VOVWORLD) -ວັນທີ 29 ມັງກອນ, ລັດຖະສະພາເອີລົບໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງລະຫວ່າງ ອັງກິດ ແລະ ສະຫະພາບ ເອີລົບ (EU) ກ່ຽວກັບເລື່ອງ ອັງກິດຖອນຕົວອອກຈາກ EU ຫຼືຍັງເອີ້ນວ່າ Brexit ຢ່າງເປັນທາງການ. ປະເທດອັງກິດຈະຖອນຕົວອອກຈາກ EU ຢ່າງເປັນທາງການໃນຕອນຄ່ຳວັນທີ 31 ມັງກອນຈະມາເຖິງ.

ລັດ​ຖະ​ສະ​ພາ ເອີ​ລົບ​ ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ Brexit ຢ່າງ​ເປັນ​ທາງ​ການ - ảnh 1 ປະເທດອັງກິດຈະຖອນຕົວອອກຈາກ EU ຢ່າງເປັນທາງການໃນຕອນຄ່ຳວັນທີ 31 ມັງກອນຈະມາເຖິງ

ໃນວາລະການເຮັດວຽກໃນວັນທີ 29 ມັງກອນ, ລັດຖະສະພາເອີລົບ ໄດ້ດຳເນີນ ການປ່ອນບັດກ່ຽວກັບຂໍ້ຕົກລົງສະບັບນີ້. ບັນດາສະມາຊິກລັດຖະສະພາເອີລົບ ໄດ້ຮັບຮອງເອົາຂໍ້ຕົກລົງດັ່ງກ່າວດ້ວຍ ອັດຕາ ບັດສະໜັບສະໜູນ 621 ບັດ, ບັດຄ້ານ 49 ບັດ ແລະ ບັດຂາວ 13 ບັດ. ນີ້ແມ່ນບາດກ້າວສຸດທ້າຍໃນວິວັດການໃຫ້ສັດຕະຍາບັນຂໍ້ຕົກລົງ, ພາຍຫຼັງ ດຳເນີນການປຶກສາຫາລືຢ່າງຄັ່ງຕຶງລະຫວ່າງ ສອງຝ່າຍເປັນເວລາ 3 ປີ ເຄິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ