ລັດຖະສະພາຫຼາຍປະເທດສະໜັບສະໜູນຫຼັກໝັ້ນກ່ຽວກັບທະເລຕາເວັນອອກຂອງຫວຽດນາມ

ລັດຖະສະພາຫຼາຍປະເທດສະໜັບສະໜູນຫຼັກໝັ້ນກ່ຽວກັບທະເລຕາເວັນອອກຂອງຫວຽດນາມ - ảnh 1
ກຳ່ປັ່ນຂອງ ຈີນ ສິດນຳ້ໃສ່ກຳ່ປັ່ນຂອງ ຫວຽດນາມ
(ພາບປະກອບ)


(Vovworld) - ຕອນ​ເຊົ້າ​ວັນ​ທີ 11 ມີ​ນາ, ຢູ່​ນະ​ຄອນ​ຍາ​ຈາງ, ແຂວງ​ແຄ້ງ​ຮ່ວາ, ​ກຳ​ມາ​ທິການ​​ການ​ຕ່າງ​ປະ​ເທດ ຂອງ​ສະ​ພ​າ​ແຫ່ງ​ຊາດ ຈັດ​ກ​ອງ​ປະ​ຊຸມ​ສະຫຼຸບ​ອາ​ຍຸ​ການເຮັດ​ວຽກ ຊຸດ​ທີ 8. ​ໃນ​ອາ​ຍຸ​ການ​ທີ່​ຜ່ານ​ມາ, ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ ຂອງ​ສະ​ພ​າ​ແຫ່ງ​ຊາດ​ ໄດ​້​ຮັບ​ຜິດ​ຊອບ​ການກວດ​ກາ, ໃຫ້​ຄຳ​ເຫັນ, ໃຫ້​ສັດ​ຕະ​ຍາ​ບັນ 6 ສົນ​ທິ​ສັນ​ຍາ, ​ຂໍ້​ຜຸກ​ພັນ​ໃນ​ສັນ​ຍາ​ສາ​ກົນ ແນ​ໃສ່​ຊຸກ​ຍູ້​ການ​ປະ​ຕິ​ບັດ​ສິດ​ທິ​ມະ​ນຸດ, ສິດ ແລະ ພັນ​ທະ​ ພື້ນ​ຖານ​ຂອງ​ປະ​ຊາ​ຊົນ ແລະ ການ​ເຊ​ື່ອມ​ໂຍງ​ເສດ​ຖະ​ກິດ​ກັບ​ສາ​ກົນ. ກຳ​ມາ​ທິ​ການກໍ່​ໄດ້​, ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ກະ​ກຽມ ແລະ ຈັດ​ກອງ​ປະ​ຊຸມ​ໃຫຍ່ IPU 132 ແລະ ບັນ​ດາ​ກອງ​ປະ​ຊຸມ ​ທີ່​​ກ່ຽວ​ຂ້ອງ​ ​ຫວຽດ​ນາມ. ເປັນໜ້າ​ສົນ​ໃຈ​ໃນ​ອາ​ຍຸ​ການ​ເຮັດ​ວຽກ​ທີ່​ຜ່ານ​ມາ, ການ​ພົວ​ພັນ​ ລະ​ຫວ່າງ​ ຢູ່ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ​ບັນ​ດາຄູ່​ຮ່ວມ​ມື ທີ່​ສຳ​ຄ​ັ​ນ​ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​​ແຂງ​ແຮງ, ​ຜ່ານນັ້​ນ​ກໍ່ຍາດ​ແຍ່ງ​ການ​ຊ່ວຍ​ເຫຼືອ​ສະ​ໜັບ​ສະ​ໜູນ​ຂອງ​​ລັດ​ຖະ​ສະ​ພາບັນ​ດາ​ປ​ະ​ເທດ​ໃນ​ການ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜນດີນອັນຄົບ​ຖ້ວນ ​ ​ຂອງ​ຫວຽດ​ນາມ. ທ່ານ ເຈີ່ນ​ວັນ​ຮັ່ງ ຫົວ​ໜ້າ​ກຳ​ມ​ທິ​ການການ​ຕ່າງ​ປະ​ເທດ ຂອງ​ສະ​ພາ​ແຫ່ງ​ຊາດ, ໃຫ້​ຮູ້​ວ່າ:​​

        "​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ໄດ້​ເປັນ​ເສ​ນາ​ທິກ​ານ​ໃຫ້​ສະ​ພາ​ແຫ່ງ​ຊາດ ​ສຳ​ລັບບັນ​ດາ​ແຈ້ງ​ຂ່າວ​ກ່ຽວ​ກັບ​ທະ​ເລ​ຕາເວັນ​ອອກ. ພວກ​​ເຮົາ​ໄດ້​ຮັບ​ຮອງ​ເອົາ​ກົດ​ໝາ​ຍ​ວ່າ​ດ້ວຍ​ທະ​ເລ ກ​ຳ​ນົດ​ອະ​ທິ​ປະ​ໄຕ​ຂອງ​ຕົນ​ຢູ່​ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ໄດ້​ຝາກ​ຈົດ​ໝາຍ​ໃຫ້ 166 ປະ​ເທດ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ໂລກ​ ​ເຊິ່ງ​ໄດ້ເວົ້າ​ແຈ້ງ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ຈາກນັ້ນ, ລັດ​ຖະ​ສ​ະ​ພາ​ຂອງຫຼາຍ​ປະ​ເທດ ໄດ້​ຈັດ​ຕັ້ງ​ການ​ເດີນ​ຂະ​ບວນ, ອອກ​ແຈ້ງ​ຂ່າວສະ​ໜັບ​ສະ​ໜູນຫຼັກ​ໝັ້ນ, ສະ​ໜັບ​ສະ​ໜູນ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ຂອງ ຫວຽດ​ນາມ."

ຂ່າວ/ບົດ​ອື່ນ