ລັດ​ຖະ​ສະ​ພາອີ​ຣານ ສະ​ໜັບ​ສະ​ໜູນ​ການ​ກັບ​ຄືນ​ສູ່​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ດ້ວຍ 6 ເງື່ອນ​ໄຂ

(VOVWORLD) -ວັນທີ 20 ກຸມພາ, ສຳນັກຂ່າວສານແຫ່ງຊາດ ອີຣານ (IRNA) ໄດ້ລົງຂ່າວວ່າ ສະມາຊິກລັດຖະສະພາຂອງປະເທດນີ້ ເກືອບທັງໝົດ ໄດ້ສະໜັບສະໜູນເລື່ອງ ອີຣານກັບຄືນສູ່ຂໍ້ຕົກລົງ ນິວເຄຼຍ ທີ່ໄດ້ລົງນາມໃນປີ 2015 ກັບບັນດາປະເທດມະຫາອຳນາດໃນໂລກ ຖ້າຕອບສະໜອງໄດ້6 ເງື່ອນໄຂ.

ລັດ​ຖະ​ສະ​ພາອີ​ຣານ ສະ​ໜັບ​ສະ​ໜູນ​ການ​ກັບ​ຄືນ​ສູ່​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ດ້ວຍ 6 ເງື່ອນ​ໄຂ - ảnh 1ກອງປະຊຸມຂອງ ລັດຖະສະພາ ອີຮານ (ພາບ: AFP/TTXVN)

ເນື້ອໃນຂອງຈົດໝາຍທີ່ໄດ້ສົ່ງເຖິງທ່ານປະທານາທິບໍດີ ອີຣານ Ebrahim Raisi, ດ້ວຍລາຍເຊັນຂອງ ສະມາຊິກລັດຖະສະພາ ອີຣານ 250 ໃນຈຳນວນ 290 ທ່ານ ໂດຍຊີ້ແຈ້ງວ່າ ອາເມລິກາ ແລະ ບັນດາປະເທດ ເອີລົບຄວນຮັບປະກັນຈະບໍ່ຖອນຕົວອອກຈາກຂໍ້ຕົກລົງພາຍລັງທີ່ໄດ້ຮັບການຟື້ນຟູ ແລະ ຈະບໍ່ເລີ່ມຕົ້ນກົນໄກອະນຸຍາດຈັດວາງບັນດາມາດຕະການລົງໂທດຄືນໃໝ່ ຖ້າຫາກວ່າ ເຕເຮຣານ ລະເມີດບັນດາເງື່ອນໄຂໃນຂໍ້ຕົກລົງ. ບັນດາສະມາຊິກລັດຖະສະພາອີຣານ ຮຽກຮ້ອງໃຫ້ ລັດຖະບານ ບໍ່ເຂົ້າຮ່ວມບໍ່ວ່າຂໍ້ຕົກລົງໃດ ຖ້າບໍ່ບັນລຸໄດ້ບັນດາການຮັບປະກັນທີ່ຈຳເປັນນັບແຕ່ຫົວທີ. ບັນດາສະມາຊິກລັດຖະສະພາ ກໍ່ຍົກອອກເງື່ອນໄຂຕ່າງໆເພື່ອ ອີຣານ ກັບຄືນຂໍ້ຕົກລົງລວມມີ: ການຕ້ອງຍົກເລີກທຸກມາດຕະການລົງໂທດ ແລະ ອີຣານ ຕ້ອງໄດ້ຮັບເງິນຈາກການສົ່ງອອກ.

ຈົດໝາຍໄດ້ສົ່ງໄປຍັງນາຍົກລັດຖະມົນຕີ ອີຣານ ໃນສະພາບການບັນດາຝ່າຍເຂົ້າຮ່ວມຮອບເຈລະຈາທີ່ພວມດຳເນີນຢູ່ນະຄອນຫຼວງ ວຽນນາ (ປະເທດ ໂອຕາລິດ) ເພື່ອແນໃສ່ຟຶື້ນຟູຂໍ້ຕົກລົງນິວເຄຼຍ ທີ່ພວມມຸ່ງໄປເຖິງບັນດາຂັ້ນຕອນສຸດທ້າຍ ແລະ ອາດຈະບັນລຸໄດ້ຂໍ້ຕົກລົງໂດຍໄວ, ຕາມຄຳເວົ້າຂອງເຈົ້າໜ້າທີ່ຂັ້ນສູງ ສະຫະພາບເອີລົບ (EU).

ຕອບກັບ

ຂ່າວ/ບົດ​ອື່ນ