ລັດ​ຖະ​ສະ​ພາ​ເອີ​ຣົບ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ ແລະ ເພີ່ມ​ເນື້ອ​ທີ່​ປ່າ

(VOVWORLD) - ວັນທີ 14 ມີນາ, ລັດຖະສະພາເອີຣົບ (EP) ໄດ້ຮັບຮອງເອົາຮ່າງກົດໝາຍ 2 ສະບັບເພື່ອແນໃສ່ຫຼຸດຜ່ອນການປ່ອຍອາຍພິດຂອງບັນດາປະເທດສະມາຊິກ ສະຫະພາບເອີຣົບ (ອີຢູ) ໃນບາງຂົງເຂດ ແລະ ເພີ່ມທະວີລະບົບນິເວດທຳມະຊາດດູດເອົາທາດ ດີໂອຊິດກາກບອນ ດ້ວຍຈຳນວນບັດສະໜັບສະໜູນກວມເປັນສ່ວນຫຼາຍ.
ລັດ​ຖະ​ສະ​ພາ​ເອີ​ຣົບ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ ແລະ ເພີ່ມ​ເນື້ອ​ທີ່​ປ່າ - ảnh 1ອີຢູ ວາງເປົ້າໝາຍ ເພີ່ມເນື້ອທີປ່າ (ພາບ: Reuters)

ຮ່າງກົດໝາຍ 2 ສະບັບດັ່ງກ່າວ ແມ່ນ 2 ໃນຈຳນວນບັນດາຮ່າງກົດໝາຍສຳຄັນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໂດຍອົງການນິຕິບັນຍັດ ເອີຣົບ ພິຈາລະນາ, ເພື່ອຮັບປະກັນໃຫ້ປະລິມານການປ່ອຍອາຍພິດທັງໝົດຂອງ 27 ປະເທດສະມາຊິກ ອີຢູ ໃນປີ 2030 ຈະຫຼຸດລົງ 55% ເມື່ອທຽບໃສ່ລະດັບຂອງປີ 1990. ລະອຽດ, ຮ່າງກົດໝາຍສະບັບທີໜຶ່ງ ໄດ້ວາງເປົ້າໝາຍຮອດປີ 2030, ປະລິມານການປ່ອຍອາຍພິດທັງໝົດຂອງບັນດາປະເທດສະມາຊິກ ອີຢູ ໃນຂົງເຂດ ຄົມມະນາຄົມທາງບົກ, ລະບົບເຄື່ອງປັບອາກາດສ້າງຄວາມອຸ່ນຢູ່ຕຶກອາຄານຕ່າງໆ, ກະສິກຳ ແລະ ການຄຸ້ມຄອງສິ່ງເສດເຫຼືອ ຈະຫຼຸດລົງ 40% ເມື່ອທຽບໃສ່ລະດັບຂອງປີ 2005. ໃນຂະນະນັ້ນ, ຮ່າງກົດໝາຍສະບັບທີສອງ ສຸມໃສ່ເພີ່ມເນື້ອທີ່ປ່າໄມ້, ໜອງບຶງ ແລະ ບັນດາລະບົບນິເວດທຳມະຊາດອື່ນໆທີ່ສາມາດດູດເອົາທາດດີໂອຊິດກາກບອນຈາກຫຼືບອາກາດຫຸ້ມໜ່ວຍໂລກ. ຮ່າງກົດໝາຍສະບັບນີ້ ວາງເປົ້າໝາຍ ຫຼຸດຜ່ອນການປ່ອຍອາຍພິດສະສົມທີ່ທຽບເທົ່າກັບດີໂອຊິດກາດບອນປະມານ 310 ລ້ານໂຕນ ໃນປີ 2030, ເພີ່ມຂຶ້ນປະມານ 15% ເມື່ອທຽບໃສ່ເປົ້າໝາຍໃນປັດຈຸບັນ. ພາຍຫຼັງທີ່ໄດ້ຮັບການຮັບຮອງເອົາ, ບັນດາປະເທດກໍຈະດຳເນີນການພິຈາລະຈາ ແລະ ປ່ອນບັດໃນຊຸມເດືອນຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ