ລັດຖະສະພາເອີລົບເຕື້ອງເຖິງຄວາມສາມາດອາດຈະໂຈະ Brexit

(VOVWORLD) -ວັນທີ 09 ມີນາ, ທ່ານປະທານລັດຖະສະພາເອີລົບ (EP) Antonio Tajani ເນັ້ນໜັກວ່າ, ສິ່ງສຳຄັນທີ່ສຸດແມ່ນຕ້ອງສະກັດກັນເລື່ອງອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (EU) ຫຼື ເອີ້ນວ່າ Brexit, ຢ່າງວຸ້ນວາຍ ຍ້ອນບໍ່ມີຂໍ້ຕົກລົງ.

ລັດຖະສະພາເອີລົບເຕື້ອງເຖິງຄວາມສາມາດອາດຈະໂຈະ Brexit - ảnh 1 ທ່ານປະທານລັດຖະສະພາເອີລົບ (EP) Antonio Tajani

(ພາບ: THX/TTXVN)

ເມື່ອຕອບສຳພາດຕໍ່ກຸ່ມສື່ມວນຊົນ Funke ຂອງເຢຍລະມັນ, ທ່ານປະທານ Antonio Tajani ໃຫ້ຮູ້ວ່າ, ອາດຈະໂຈະການກຳນົດເວລາ Brexit ຕື່ມອີກ 2 – 3 ອາທິດ, ຫຼາຍສຸດແມ່ນຮອດຕົ້ນເດືອນ ກໍລະກົດ. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ເວັ້ນເສຍກໍລະນີອາດຈະປ່ຽນແປງຂໍ້ຕົກລົງ Brexit, ພິເສດແມ່ນໃນບັນຫາອຽກລັງເໜືອ.

        ຄາດວ່າ, ບັນດາສະມາຊິກລັດຖະສະພາອັງກິດ ຈະດຳເນີນການປ່ອນບັດຄັ້ງທີ 2 ກ່ຽວກັບຂໍ້ຕົກລົງ Brexit ສະບັບປັບປຸງ ຂອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໃນວັນທີ 12 ມີນາ ຈະມາເຖິງ. ທ່ານນາງ May ຖະແຫຼງວ່າ, ຖ້າຫາກຂໍ້ຕົກລົງນີ້ຖືກຍຸບເລີກ, ບັນດາສະມາຊິກລັດຖະສະພາອາດຈະປ່ອນບັດໃນວັນທີ 13 – 14 ມີນາ ກ່ຽວກັບເລື່ອງ ອັງກິດ ອາດຈະຢາກຖອນຕົວອອກຈາກ EU ໂດຍບໍ່ມີຂໍ້ຕົກລົງສະບັບໃດໆຫຼືບໍ່.

        ໃນຂະນະນັ້ນ, ວັນທີ 09 ມີນາ, ທ່ານປະທານສະພາຕ່ຳອັງກິດ Andrea Leadsom ສະແດງຄວາມຜິດຫວັງຕໍ່ບັນດາຂໍ້ສະເໜີຂອງສະຫະພາບເອີລົບ (EU) ທີ່ກ່ຽວຂ້ອງເຖິງວິວັດທະນາການ Brexit ແລະ ຖືວ່າ, ຖ້າຫາກຂໍ້ຕົກລົງໃໝ່ນີ້ສືບຕໍ່ຖືກຍຸບເລີກຢູ່ສະພາແຫ່ງຊາດອັງກິດ, ນີ້ຈະແມ່ນໂທດຂອງບຮຸກແຊນ.

ຕອບກັບ

ຂ່າວ/ບົດ​ອື່ນ