ລັດລາວ ມອບຫຼຽນໄຊຮັບຮູ້ການປະກອບເຫື່ອແຮງຊ່ວຍເຫຼືອບຳລຸງສ້າງ, ຄົ້ນຄວ້າວິທະຍາສາດຂອງຫວຽດນາມ

ລັດລາວ ມອບຫຼຽນໄຊຮັບຮູ້ການປະກອບເຫື່ອແຮງຊ່ວຍເຫຼືອບຳລຸງສ້າງ, ຄົ້ນຄວ້າວິທະຍາສາດຂອງຫວຽດນາມ - ảnh 1
(ພາບປະກອບ)
(vovworld) - ຕອນ​ຄໍ່າ​ວັນ​ທີ 29/03, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ພິທີ​ມອບ​ຫຼຽນ​ໄຊ​ຂອງ​ລັດຖະບານ​ລາວ ​ໃຫ້​ແກ່​ໝູ່​ຄະນະ​ມາ​ຫະ​ວິທະຍາ​ໄລ​ເສດຖະກິດ​ແຫ່ງ​ຊາດ ແລະ ບັນ​ດາ​ສາດ​ສະ​ດາ​ຈານ, ຮອງ​ສາດ​ສະ​ດາ​ຈານຫວຽດນາມ, ຮັບ​ຮູ້ການ​ປະກອບ​ເຮື່ອ​ແຮງ​ໃນ​ການຊ່ວຍ​ເຫຼືອ​ບຳລຸງ​ສ້າງ, ຄົ້ນຄວ້າ​ວິທະຍາສາດ ​ແລະ ທາ​ບທາ​ບວິຊາ​ສະ​ເພາະ. ສາດ​ສະດາ​ຈານ, ດ​.ຣ ສຸກ​ກົງ​ແສງ ​ໄຊ​ຍະ​ເລີດ, ກຳມະການ​ສູນ​ກາງ​ພັກ, ອະທິການ​ບໍ​ດີ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ, ​​​ໂດຍ​ໄດ້​ຮັບ​ມອບ​ໝາຍ​ຈາກ​ທ່ານນາຍົກລັດຖະມົນຕີລາວ ​ໄດ້​ມອບຫຼຽນ​​ໄຊ​ມິດຕະພາບ​ໃຫ້​ແກ່​ມະຫາວິທະຍາ​ໄລ​ເສດຖະກິດ​ແຫ່ງ​ຊາດ ຍ້ອນ​ຜົນງານ​ທີ່​ດີ​ເດັ່ນ​ໃນ​ພາລະກິດ​ຊ່ວຍ​ເຫຼື​ອບຳລຸງ​ສ້າງ​ພະນັກງານ, ນັກຮຽນ, ນັກ​ສຶກສາ ​ໃຫ້​ແກ່ ສປປລາວ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ມິດຕະພາບ​, ພິ​ເສດ​ແມ່ນ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ