ລັດລາວມອບຫຼຽນໄຊ ໃຫ້ແກ່ການນຳແນວໂຮມ ປະເທດຊາດຫວຽດນາມ

ລັດລາວມອບຫຼຽນໄຊ ໃຫ້ແກ່ການນຳແນວໂຮມ ປະເທດຊາດຫວຽດນາມ - ảnh 1

(ພາບປະກອບ)

( vovworld ) – ​ຕອນ​ເຊົ້າວັນ​ທີ 12/8, ຢູ່​ຮ່າ​ໂນ້ຍ, ​ໂດຍ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ການ​ນຳ​ພັກ, ລັດ​ລາວ, ທ່ານ ພັນ​ດວງ​ຈິດ ວົງສາ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ໄດ້​ມອບ​ຫຼຽນ​ໄຊ​ອິດສະຫຼະ ຊື່​ງ​ແມ່ນ​ຫຼຽນ​ໄຊ​ອັນ​ສູງ​ສົ່ງ​ຂອງ​ລັດ​ລາວ​ໃຫ້​ແກ່ການ​ນຳ, ອະດີດ​ການ​ນຳ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ລວມ 14 ທ່ານ ຊື່​ງ​ໄດ້ອຸທິດ​ສ່ວນ​ຢ່າງ​ໃຫ່ຍຫຼວງ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ​ເພິ່ມພູນ​ຄູນ​ສ້າງ​ການ​ພົວພັນ​ມິດຕະພາບ ການ​ຮ່ວມ​ມືລະຫວ່າງ​ສອງອົງການ​ແນວ​ໂຮມ, ສອງ​ລັດ. ​ໃນ​ນັ້ນ, ທ່ານ Huynh Dam ປະທານຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຮັບ​ຫຼຽນ​ໄຊ​ອິດສະຫຼະຊັ້ນ 1. ທີ່​ພິທີ​ດັ່ງກ່າວ, ອະດີດ​ການ​ນຳຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ 6 ທ່ານ​ເປັນ​ກຽດ​ໄດ້​ຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 2 ​ແລະ ພະນັກງານ 31 ທ່ານ​ໄດ້​ຮັບ​ຫຼຽນ​ກາ​ທີ່​ລະນຶກ 60 ປີ​ແຫ່ງ​ວັນ​ສ້າງຕັ້ງອົງການ​ແນວ​ລາວ​ສ້າງ​ຊາດ.

  ​ໃນ​ຕອນ​ບາຍ​ຂອງ​ວັນ​ດຽວ​ກັນ, ທ່ານພັນ​ດວງ​ຈິດ ວົງສາ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ແລະ ​ທ່ານ ຢ່າງ​ແຊວ​ຝື, ປະທານ​ຄະນະ​ກຳມະການ​ຊົນ​ເຜົ່າ ​​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍ 2012-2020 ຊື່​ງຕາມ​ນັ້ນ, ສອງ​ຝ່າຍ​ຈະ​ເພີ່ມ​ທະວີ​ການ​ໂຄສະນາ​ສຶກສາ, ​ເຜີ​​ຍ​ແຜ່​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ກົດໝາຍ​ຂອງ​ສອງ​ລັດ​ກ້ຽວກັບ​ວຽກ​ງານ​ຊົນ​ເຜົ່າ, ປົກ​ປັກ​ຮັກສາ​ສີສັນ​ວັດທະນະ​ອັນ​ດີງາມ​ຂອງ​ທັງ​ສອງ​ຊາດ. ສອງ​ຝ່າຍ​ຕົກລົງ​ກັນຈະ​ປະຕິບັດ​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ​ສັງຄົມ​ດ້ວຍ​ຫຼາຍ​ຮູບ​ການ, ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.

ຂ່າວ/ບົດ​ອື່ນ