ລົດສ່ວນຕົວໃນພາກພື້ນອາຊຽນໃກ້ຈະໄດ້ໄປມາຢ່າງເສລີກ່ວາ

ລົດສ່ວນຕົວໃນພາກພື້ນອາຊຽນໃກ້ຈະໄດ້ໄປມາຢ່າງເສລີກ່ວາ - ảnh 1
ພາບປະກອບ

(vovworld) –  ວັນ​ທີ 23/2, ທ່ານ​ຮອງຜູ້ອຳນວຍການ​ກົມ​ຄົມມະນາຄົມ ​ໄທ ຈີຣຸດ ວິສານ​ຈີດ ​ໃຫ້​ຮູ້​ວ່າ: ການ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ໄດ້​ອຳນວຍ​ຄວາມ​ສະ​ດວ​ກ​ໃຫ້​ແກ່​ການ​ໄປ​ທ່ອງ​ທ່ຽວ​ດ້ວຍ​ລົດ​ໂອ​ໂຕ​ສ່ວນ​ຕົວ​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ. ພົນລະ​ເມືອງ ​ໄທ ອາດ​ຈະ​ສ​ົ່ງ​ໃບ​ຮ້ອງ​ຂໍ​ໜັງສືຜ່ານ​ແດນ​ສຳລັບລົດ​ໂອ​ໂຕ​ເພື່ອ​ນຳ​ໃຊ້​ລົດ​ສ່ວນ​ຕົວ​ຜ່ານ​ຊາຍ​ແດນ​ໄທ ​ໄປ​ຍັງບັນດາ​ປະ​ເທດ​ອື່ນໆ ​ແລະ ກົງກັນ​ຂ້າມ. ປະຈຸ​ບັນ, ລາວ ​ແລະ ກຳ​ປູ​ເຈຍ ​ໄດ້​ອອກໜັງສືຜ່ານ​ແດນ​ໃຫ​້ລົດ​ໂອ​ໂຕ 2 ປະ​ເພດຄື: ລົດ​ໂດຍສານ ​ແລະ ລົດ​ກະບະໃນ​ຂະນະ ຫວຽດນາມ ທີ່ອະນຸຍາດ​ໃຫ້​ລົດ​ຂົນ​ສົ່ງ​ຂໍ້​ອະນຸຍາດ​ຜ່ານ​ແດນ​ເທົ່າ​ນັ້ນ. ປະຈຸ​ບັນ, ບັນດາ​ປະ​ເທດ ອາ​ຊຽນ ອື່ນໆ​ພວມນຳ​ໃຊ້​ບັນດາ​ຂໍ​້ກຳນົດ​ຄ້າຍຄື​ກັນ. ປະຈຸ​ບັນ, ກົມ​ຄົມມະນາຄົມ​ໄທ ພວ​ມຮຽບຮຽງ​ຂໍ້​ກຳນົດ​ອະນຸຍາດ​ນຳ​ໃຊ້​ລົດ​ໂອ​ໂຕ​ຊ່ົວຄາວ​​ໂດຍ​ມາຈາກ​ບັນດາ​ປະ​ເທດ ອາ​ຊຽນ ອື່ນໆ​ເຂົ້າ​ໄທ.

                                    


ຂ່າວ/ບົດ​ອື່ນ