ລັດເຊຍ - ກາຊັກສະຖານ: ການພົວພັນສຳພັນທະມິດສະໜິດແໜ້ນ ແລະ ຖານບ້ານໃກ້ເຮືອນຄຽງອັນດີງາມ

(VOVWORLD) -ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ເຈລະຈາກັບທ່ານປະທານາທິບໍດີ ກາຊັກສະຖານ Kassym Tokaev.
ລັດເຊຍ - ກາຊັກສະຖານ: ການພົວພັນສຳພັນທະມິດສະໜິດແໜ້ນ ແລະ ຖານບ້ານໃກ້ເຮືອນຄຽງອັນດີງາມ - ảnh 1 ການນຳ 2 ທ່ານໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມື 2 ຝ່າຍໃນທຸກຂົງເຂດ
(ພາບ: kremlin.ru)

ວັນທີ 10 ກຸມພາ, ຢູ່ ວັງ Kremlin, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ເຈລະຈາກັບທ່ານປະທານາທິບໍດີ ກາຊັກສະຖານ Kassym Tokaev. ການນຳ 2 ທ່ານໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມື 2 ຝ່າຍໃນທຸກຂົງເຂດ.

        ກ່າວຄຳເຫັນທີ່ການຖະແຫຼງຂ່າວຮ່ວມກ່ຽວກັບໝາກຜົນການເຈລະຈາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ເນັ້ນໜັກວ່າ, ໃນເດືອນ ມັງກອນ, ກາຊັກສະຖານ ຕ້ອງປະເຊີນໜ້າກັບການຮຸກຮານຂອງພວກກໍ່ການຮ້າຍ, ມີການໜູນຊ່ວຍຂອງກຳລັງທຳລາຍຢູ່ພາຍໃນປະເທດ ແລະ ຕ່າງປະເທດທີ່ມີຕໍ່ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ສະຖຽນລະພາບ. ຍ້ອນຫຼັກໝັ້ນແຂງກະດ້າງຂອງທ່ານປະທານາທິບໍດີ Kassym Tokaev ແລະ ການສະໜັບສະໜູນຢ່າງເດັດດ່ຽວຂອງ ລັດເຊຍ ແລະ ບັນດາປະເທດໃນອົງການສົນທິສັນຍາກ່ຽວກັບຄວາມໝັ້ນຄົງລວມໝູ່, ສະພາບການໄດ້ຮັບການຄວບຄຸມໃນໄລຍະໄວທີ່ສຸດ, ຟື້ນຟູກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຍາດຄືນສັນຕິພາບ ແລະ ຄວາມສະຫງົບຄືນມາໃຫ້ປະເທດ ກາຊັກສະຖານ. ການນຳ ລັດເຊຍ ຮັບປະກັນກັບທ່ານປະທານາທິບໍດີ ກາຊັກສະຖານ Kassym Tokaev ວ່າ, ມົດສະກູ ຈະເຮັດທຸກສິ່ງທຸກຢ່າງເພື່ອໜູນຊ່ວຍຄວາມມານະພະຍາຍາມຂອງທ່ານ ເພື່ອຫັນການດຳລົງຊີວິດຢູ່ປະເທດນີ້ໃຫ້ເປັນປົກກະຕິ.

        ສ່ວນທ່ານປະທານາທິບໍດີ Kassym Tokaev ອີກຄັ້ງໜຶ່ງໄດ້ຂອບໃຈທ່ານປະທານາທິບໍດີ ລັດເຊຍ ແລະ ບັນດາປະເທດໃນອົງການສົນທິສັນຍາກ່ຽວກັບຄວາມໝັ້ນຄົງລວມໝູ່, ຍ້ອນການໜູນຊ່ວຍອັນລ້ຳຄ່າຂອງເຂົາເຈົ້າ ໃນການຍູ້ການບຸກໂຈມຕີຂອງພວກກໍ່ການຮ້າຍທີ່ບໍ່ເຄີຍມີມາກ່ອນສຳລັບ ກາຊັກສະຖານ ໃຫ້ຖອຍໄປ. ຕາມທ່ານແລ້ວ, ລັດເຊຍ ສວມບົດບາດສຳຄັນໃນການຮັບປະກັນຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ