ລັດ​ເຊຍ ກ່າວ​ປະ​ນາມ ຢູ​ແກຼນ ນຳ​ໃຊ້ ເຮືອບິນບໍ່ມີຄົນຂັບບຸກ​ໂຈ​ມຕີ ວັງ Kremlin

(VOVWORLD) - ວັນທີ 3 ພຶດສະພາ, ອົງການສື່ມວນຊົນຂອງ ຫ້ອງວ່າການປະທານາທິບໍດີ ລັດເຊຍ Putin ປະກາດວ່າ ຝ່າຍ ຢູແກຼນໄດ້ນຳໃຊ້ເຮືອບິນບໍ່ມີຄົນຂັບ (UAV) ເພື່ອບຸກໂຈມຕີໂດຍກົງຕໍ່ໃສ່ວັງ Kremlin. 
ລັດ​ເຊຍ ກ່າວ​ປະ​ນາມ ຢູ​ແກຼນ ນຳ​ໃຊ້ ເຮືອບິນບໍ່ມີຄົນຂັບບຸກ​ໂຈ​ມຕີ ວັງ Kremlin - ảnh 1UAV  ຖືກລະເບີດ (ພາບ: Avia)

ຕາມນັ້ນແລ້ວ, ມີ UAV ສອງລຳໄດ້ບຸກໂຈມຕີ ໃສ່ບັນດາສະຖານທີ່ພັກເຊົ່າ ຂອງປະທານາທິບໍດີ ລັດເຊຍ ຢູ່ວັງ Kremlin. ວັງ Kremlin ປະກາດວ່າ: ບັນດາອົງການທະຫານ ແລະ ຄວາມໝັ້ນຄົງ ຂອງ ລັດເຊຍ ໄດ້ມີການກະທຳຢ່າງທັນການ, ນຳໃຊ້ລະບົບປ້ອງກັນທາງເອເລັກໂຕນິກ ເພື່ອຕ້ານ ບັນດາ UAV ດັ່ງກ່າວ. ທ່ານປະທານາທິບໍດີ Putin ຍັງປອດໄພຢູ່ ແລະ ສືບຕໍ່ເຮັດວຽກຕາມແຜນການ. ສ່ວນບັນດາ UAV ລຳດັ່ງກ່າວຖືກຕົກເຂົ້າດິນ ຢູ່ບໍລິເວນວັງ Kremlin ແຕ່ບໍ່ກໍ່ຄວາມເສຍຫາຍໃດກ່ຽວກັບທາງດ້ານຊີວິດ ແລະ ວັດຖຸ. ໃນຂະນະນັ້ນ, ຢູແກຼນ ໄດ້ປະຕິເສດ ຂ່າວຄາວກ່າວຫາວ່າ ເຂົາເຈົ້າບຸກໂຈມຕີ ວັງ Kremlin ແລະ ທ່ານປະທານາທິບໍດີ ລັດເຊຍ Putin.

ຕອບກັບ

ຂ່າວ/ບົດ​ອື່ນ