ລັດເຊຍ ກ່າວປະນາມບັນດາມາດຕະການລົງໂທດ ແລະ ລັດທິອາລັກຂາດ້ານການຄ້າ

(VOVWORLD) - ຄໍາຖະແຫຼງດັ່ງກ່າວ ແມ່ນແນໃສ່  ອາເມລິກາ ໂດຍກົງ

ກ່າວຄໍາເຫັນທີ່ວາລະໄຂກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດ່ັນແຖວໜ້າຂອງໂລກ (G20) ເຊິ່ງຖືກດໍາເນີນໃນວັນທີ 30 ພະຈິກ ທີ່ນະຄອນຫຼວງ Buenos Aires ຂອງ ອາກຊັງຕີນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ກ່າວປະນາມເລື່ອງຈັດວາງບັນດາມາດຕະການລົງໂທດ ແລະ ລັດທິອາລັກຂາດ້ານການຄ້າ ຢ່າງບໍ່ຖືກຕ້ອງ. ຕາມທ່ານປະທານາທິບໍດີ ລັດເຊຍ ແລ້ວ, ສິ່ງດັ່ງກ່າວໄດ້ສົ່ງຜົນສະທ້ອນທີ່ບໍ່ດີ ເຖິງນໍ້າໃຈຮ່ວມມືສາກົນ ແລະ ສະກັດກັ້ນການເຄື່ອນໄຫວການຄ້າສາກົນ. ເຖິງວ່າ ຄໍາຖະແຫຼງດັ່ງກ່າວຂອງ ທ່ານປະທານາທິບໍດີ ລັດເຊຍ ບໍ່ໄດ້ເວົ້າເຈາະຈົງເຖິງຜູ້ໃດກໍຕາມ ແຕ່ຕາມສະພາບການຕົວຈິງ ອາດຈະເຫັນໄດ້ຢ່າງຈະແຈ້ງວ່າ ຄໍາຖະແຫຼງດັ່ງກ່າວ ແມ່ນແນໃສ່  ອາເມລິກາ ໂດຍກົງ, ເຊິ່ງເປັນປະເທດຈັດວາງບັນດາມາດຕະການລົງໂທດ ຕາມລໍາພັງຝ່າຍດຽວ ເພື່ອແນໃສ່ບັນດາປະເທດຄື ອີຣານ, ລັດເຊຍ, ກູບາ, ເວເນຊູເອລາ... ແລະ ກໍແມ່ນປະເທດກໍ່ໃຫ້ເກີດສົງຄາມກ່ຽວກັບພາສີ ກັບບັນດາຄູ່ຮ່ວມມືດ້ານການຄ້າລາຍໃຫຍ່.

        ແລະກໍໃນວັນດຽວກັນ, ທ່ານປະທານາທິບໍດີ ລັດເຊຍ ກ່າວເຕືອນວ່າ ເລື່ອງ ອາເມລິກາ ມີເຈດຈໍານົງຢາກຖອນຕົວອອກຈາກສົນທິສັນຍາບັນດາກໍາລັງນິວເຄຼຍລະດັບປານກາງ (INF) ປີ 1987  ເຊິ່ງອາດຈະກໍ່ໃຫ້ເກີດການແຂ່ງຂັນອາວຸດຄັ້ງໃໝ່. ການນໍາລັດເຊຍ ກໍຮຽກຮ້ອງໃຫ້ກອບເອົາຂໍ້ຕົກລົງນິວເຄຼຍ ກັບ ອີຣານ ໂດຍບໍ່ຫົວຊາຕໍ່ ເລື່ອງ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ