ລັດ​ເຊຍ ກ່າວຫາ​ NATO ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ

(VOVWORLD) -ວັນທີ 24 ມັງກອນ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ກ່າວຫາ ອາເມລິກາ ແລະ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ເຮັດໃຫ້ ຄວາມເຄັ່ງຕຶງ ເພີ່ມຂຶ້ນ ພາຍຫຼັງກຸ່ມທະຫານ ໂດຍ ວໍຊິງຕັນນຳໜ້າໄດ້ປະກາດວ່າ ພວມປັບປຸງລະບົບປ້ອງກັນທາງທິດຕາເວັນອອກຂອງເອີລົບ.
ລັດ​ເຊຍ ກ່າວຫາ​ NATO ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ - ảnh 1ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: AFP/TTXVN)

ຕອບສຳພາດຕໍ່ວົງການນັກຂ່າວ, ທ່ານ Peskov ໄດ້ເນັ້ນໜັກວ່າ ວໍຊິງຕັນ ແລະ NATO ພວມເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດ ຜ່ານການເຮັດໃຫ້ຂ່າວຄາວສັບສົນປົນເປກັນໄປ” ແລະ “ບັນດາການກະທຳລະອຽດ”, ທ່ານກໍ່ກ່າວເຕືອນວ່າ ຄວາມສ່ຽງທີ່ຈະເກີດການປະທະກັນຢູ່ ຢູແກຼນ ແມ່ນສູງທີ່ສຸດ. ທ່ານ Peskov ໃຫ້ຮູ້ຕື່ມອີກວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ພວມປະຕິບັດ “ບັນດາມາດຕະການຈຳເປັນເພື່ອປົກປ້ອງປະເທດຊາດ”. ປັດຈຸບັນ, ມົດສະກູຍັງລໍຖ້າຄຳຕອບກັບຄືນດ້ວຍລາຍລັກອັກສອນຈາກວໍຊິງຕັນ ກ່ຽວກັບ ຂໍ້ສະເໜີຮັບປະກັນຄວາມໝັ້ນຄົງ ແລະ ຈະຕັດສິນການກະທຳຕໍ່ໄປພາຍຫຼັງຄົ້ນຄ້ວາການຕອບກັບຄືນນີ້.

ແລະກໍ່ໃນວັນດຽວກັນ, ລັດຖະມົນຕີການຕ່າງປະເທດ ບັນດາປະເທດສະມາຊິກສະຫະພາບເອີລົບ (EU) ໄດ້ອອກຖະແຫຼງການຮ່ວມຮຽກຮ້ອງໃຫ້ ລັດເຊຍ ເຂົ້າຮ່ວມການເຈລະຈາທີ່ມີລັກສະນະສ້າງສັນໃນຂອບເຂດບັນດາກົນໄກສາກົນທີ່ພວມມີຢູ່ແລ້ວ. ຕາມຖະແຫຼງການແລ້ວ, EU ພວມຍູ້ແຮງວຽກງານກະກຽມ ເພື່ອຍົກອອກບັນດາມາດຕະການຈຳກັດທີ່ເລັ່ງໃສ່ ມົດສະກູ.

ໃນຂະນະນັ້ນ, ວັນທີ 24 ມັງກອນ, ກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ ໄດ້ຈັດສົ່ງນັກຮົບ 8.500 ຄົນ ເຂົ້າໃນສະພາບການກຽມພ້ອມການສູ້ຮົບ ໄປຍັງ ເອີລົບ ເມື່ອມີຄວາມຈຳເປັນຢ່າງທັນການ, ໃນກໍລະນີ NATO  ເລີ່ມຈັດວາງກຳລັງທີ່ມີປະຕິກິລິຍາໂດຍໄວ ຍ້ອນຄວາມເຄັ່ງຕຶງ ທີ່ກ່ຽວຂ້ອງເຖິງຂໍ້ກ່າວຫາທີ່ຖືວ່າ ລັດເຊຍ ພວມກະກຽມໃຫ້ແກ່ຍຸດທະສາດບຸກໂຈມຕີການທະຫານເລັ່ງໃສ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ