ລັດເຊຍ ກ່າວຫາ ຢູແກຼນ ບໍ່ຢາກດຳເນີນການເຈລະຈາ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ກ່າວຫາວ່າ ຢູແກຼນ ບໍ່ຢາກດຳເນີນການເຈລະຈາເພື່ອແກ້ໄຂສະພາບການປະທະກັນໃນປະຈຸບັນ.
ລັດເຊຍ ກ່າວຫາ ຢູແກຼນ ບໍ່ຢາກດຳເນີນການເຈລະຈາ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov
(ພາບ: AFP/TTXVN)

ວັນທີ 06 ມິຖຸນາ, ເມື່ອຕອບສຳພາດຕໍ່ສື່ມວນຊົນທີ່ການຖະແຫຼງຂ່າວກ່ຽວກັບບັນດາບັນຫາສະຖານະການການເມືອງສາກົນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ກ່າວຫາວ່າ ຢູແກຼນ ບໍ່ຢາກດຳເນີນການເຈລະຈາເພື່ອແກ້ໄຂສະພາບການປະທະກັນໃນປະຈຸບັນ. ຕາມທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ແລ້ວ, ຢູແກຼນ ໄດ້ປະຕິເສດວິວັດທະນາການເຈລະຈາ, ພາໄປເຖິງການຫຼຸດກາລະໂອກາດແກ້ໄຂການປະທະກັນຜ່ານທາງການທູດ. ໃນຂະນະນັ້ນ, ລັດເຊຍ ຖະແຫຼງພ້ອມແລ້ວທີ່ຈະເຈລະຈາກັບ ຢູແກຼນ, ເພື່ອແນໃສ່ແກ້ໄຂການປະທະກັນໃນປະຈຸບັນ.

        ທີ່ການຖະແຫຼງຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ໃຫ້ຮູ້ວ່າ, ຄະນະເຈົ້າໜ້າທີ່ ລັດເຊຍ ໄປຍັງ ຕວກກີ ໃນວັນທີ 07 ມິຖຸນາ ເພື່ອປຶກສາຫາລືກ່ຽວກັບບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງການຂົນສົ່ງທັນຍາຫານຂອງ ຢູແກຼນ. ທ່ານຫວັງວ່າ 2 ຝ່າຍຈະຍົກອອກແຜນການລະອຽດກ່ຽວກັບການມອບສິນຄ້າ, ປະກັນໄພ… ບັນດາກ່ຳປັ່ນຈະຂົນສົ່ງທັນຍາຫານເຖິງທ່າກ່ຳປັ່ນຕ່າງໆຂອງ ເອີລົບ.

        ໃນເຫດການທີ່ກ່ຽວຂ້ອງ, ໃນວັນທີ 06 ມິຖຸນາ, ກະຊວງການຕ່າງປະເທດລັດເຊຍ ໄດ້ຈັດພົນລະເມືອງ ອາເມລິກາ ຕື່ມອີກ 61 ຄົນເຂົ້າໃນບັນຊີລາຍຊື່ລົງໂທດ, ດ້ວຍຮູບແບບຫ້າມເຂົ້າເມືອງສະຫະພັນ ລັດເຊຍ ໂດຍບໍ່ມີການກຳນົດເວລາ. ຕາມກະຊວງການຕ່າງປະເທດ ລັດເຊຍ ແລ້ວ, ມາດຕະການດັ່ງກ່າວແມ່ນເພື່ອຮັບມືກັບບັນດາຄຳສັ່ງລົງໂທດທີ່ນັບມື້ນັບເປີດກວ້າງຂອງ ອາເມລິກາ ສຳລັບນັກການເມືອງ ແລະ ພົນລະເມືອງລັດເຊຍ, ກໍຄືຜູ້ຕາງໜ້າວິສາຫະກິດຂອງ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ