ລັດເຊຍ ກ່າວຫາ ອາເມລິກາ ຍຸຍົງສົ່ງເສີມລັດທິແຍກຕົວອອກຢູ່ ຊີຣີ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ຍົກຖະແຫຼງການດັ່ງກ່າວອອກມາເມື່ອວັນທີ 22 ມັງກອນ, ພາຍຫຼັງ 1 ວັນທີ່ ອາເມລິກາ ກະຕຸກຊຸກຍູ້ ຕວກກີ, ເຊິ່ງເປັນພັນທະມິດຂອງ ວໍຊິງຕັນ ໃນອົງການ ສົນທິສັນຍາມະຫາສະໝຸດ ອັດລັງຕິກ ເໜືອ (NATO)

ທ່ານ Sergei Lavrov, ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ຖືວ່າ: ບັນດາການເຄື່ອນໄຫວຂອງ ອາເມລິກາ ຢູ່ ຊີຣີ ແມ່ນ “ການກະທຳຍຸຍົງສົ່ງເສີມໂດຍເຈດຕະນາ” ຫຼື ວໍຊິງຕັນ ບໍ່ທັນເຂົ້າໃຈກ່ຽວກັບສະພາບການຢູ່ປະເທດຕາເວັນອອກກາງນີ້. ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ຍົກຖະແຫຼງການດັ່ງກ່າວອອກມາເມື່ອວັນທີ 22 ມັງກອນ, ພາຍຫຼັງ 1 ວັນທີ່ ອາເມລິກາ ກະຕຸກຊຸກຍູ້ ຕວກກີ, ເຊິ່ງເປັນພັນທະມິດຂອງ ວໍຊິງຕັນ ໃນອົງການ ສົນທິສັນຍາມະຫາສະໝຸດ ອັດລັງຕິກ ເໜືອ (NATO), “ການກະທຳຄວບຄຸມ” ແລະ ຈຳກັດບັນດາບັ້ນການທະຫານຢູ່ເຂດ ຕາເວັນຕົກສ່ຽງເໜືອ ຊີຣີ, ເຊິ່ງເປັນສະຖານທີ່ບັນດາກຳລັງ ຕວກກີ ພວມບຸກໂຈມຕີບັນດາມືປືນຊາວ Kurd ໂດຍ ອາເມລິກາ ໜູນຫຼັງແນໃສ່ຖອຍກອງກຳລັງນີ້ອອກຈາກເຂດຊາຍແດນ. ທ່ານກ່າວຫາ ອາເມລິກາ ຕັ້ງໜ້າສົ່ງເສີມ ແລະ ສືບຕໍ່ຍຸແຍ່ທາງດ້ານແນວຄິດແຍກຕົວອອກໃນປະຊາຄົມຊາວ Kurd ຢູ່ ຊີຣີ. ທ່ານລັດຖະມົນຕີການຕ່າງປະເທດ Lavrov ກໍ່ໃຫ້ຮູ້ວ່າ ລັດເຊຍ ໄດ້ເຊື້ອເຊີນກຳລັງ ຊາວ Kurd ຢູ່ ຊີຣີ ເຂົ້າຮ່ວມກອງປະຊຸມໃຫຍ່ໂອ້ລົມສົນທະນາຊົນຊາດ ຊີຣີ ເຊິ່ງຄາດວ່າ ຈະຈັດຕັ້ງໃນວັນທີ 29 – 30 ມັງກອນ ທີ່ຈະມາເຖິງຢູ່ນະຄອນ Sochi.

        ເຈົ້າໜ້າທີ່ການທູດ ລັດເຊຍ ກໍ່ເນັ້ນໜັກວ່າ: ລັດເຊຍ ຈະບໍ່ຕ້ານຄືນບັນດາກົນອຸບາຍເພື່ອແນໃສ່ປ່ຽນແປງລະບອບຢູ່ ຊີຣີ ຂອງຝ່າຍຕາເວັນຕົກ. ສຳລັບ ລັດເຊຍ ແລ້ວ, ສິ່ງດັ່ງກ່າວ ແມ່ນບໍ່ສາມາດຍອມຮັບໄດ້ ແລະ ມົດສະກູ ຈະເດັດດຽວຕ້ານຄືນບັນດາກົນອຸບາຍຄືແນວນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ