ລັດເຊຍ ກ່າວຫາ ອາເມລິກາ ບໍ່ປະຕິບັດຕາມຄໍາໝັ້ນສັນຍາໃນສົນທິສັນຍາກ່ຽວກັບ ອາວຸດ“

(VOVWORLD) -ທະຫານປະສົມໄດ້ດໍາເນີນການບຸກໂຈມຕີ ຢູ່ເທດສະບານເມືອງ Hajin ຢູ່ເຂດຊານເມືອງໄປທາງທິດຕາເວັນອອກສ່ຽງໃຕ້ ແຂວງ Deir Ezzor ຂອງ ຊີຣີ, ນໍາໃຊ້ ລູກລະເບີດບັນຈຸທາດຟົດສະຟໍຂາວ - ເຊິ່ງເປັນປະເພດອາວຸດທີ່ຖືກເກືອບຫ້າມ ຕາມກົດໝາຍສາກົນ.

ວັນທີ 13 ຕຸລາ, ທ່ານ Yuri ຮອງປະທານກໍາມາທິການປ້ອງກັນປະເທດ ຂຶ້ນກັບ ສະພາຕໍ່າ ລັດເຊຍ ຖືວ່າ ສະພາຄວາມໝັ້້ນຄົງ ສປຊ ແລະ ອົງການເກືອບຫ້າມອາວຸດເຄມີ (OPCW) ຕ້ອງສືບສວນກ່ຽວກັບເລື່ອງທະຫານປະສົມສາກົນ ຕ້ານ ອົງການ “ລັດອິດສະລາມ” (IS) ໂດຍ ອາເມລິກາ ນໍາໜ້າ ໄດ້ນໍາໃຊ້ລູກລະເບີດບັນຈຸທາດຟົດສະຟໍຂາວ ໃນບັນດາການບຸກໂຈມຕີທາງອາກາດ ຢູ່  ຊີຣີ, ຖ້າຫາກຂໍ້ມູນຂ່າວດັ່ງກ່າວໄດ້ຮັບການພິສູດ.

ກ່ອນໜ້ານັ້ນ ໃນວັນດຽວກັນ, ສໍານັກຂ່າວສານແຫ່ງລັດ SANA  ຂອງ ຊີຣີ ໄດ້ຄັດສະເໜີແຫຼ່ງຂ່າວທ້ອງຖິ່ນຈໍານວນໜຶ່ງ ໂດຍໃຫ້ຮູ້ວ່າ ທະຫານປະສົມໄດ້ດໍາເນີນການບຸກໂຈມຕີ ຢູ່ເທດສະບານເມືອງ Hajin ຢູ່ເຂດຊານເມືອງໄປທາງທິດຕາເວັນອອກສ່ຽງໃຕ້ ແຂວງ Deir Ezzor ຂອງ ຊີຣີ, ນໍາໃຊ້ ລູກລະເບີດບັນຈຸທາດຟົດສະຟໍຂາວ - ເຊິ່ງເປັນປະເພດອາວຸດທີ່ຖືກເກືອບຫ້າມ ຕາມກົດໝາຍສາກົນ. ເຖິງຢ່າງໃນກໍຕາມ, ຜູ້ຕາງໜ້າຂອງທໍານຽບຫ້າແຈທ່ານໜຶ່ງ ໄດ້ຢັ້ງຢືນວ່າ ທຸກລະບົບອາວຸດ ເຊິ່ງທະຫານປະສົມໂດຍ ອາເມລິກາ ທີ່ນໍາໜ້າ ນໍາໃຊ້ ຢູ່ ຊີຣີ ນັ້ນ ແມ່ນສອດຄ່ອງກັບກົດໝາຍວ່າດ້ວຍການປະທະກັນດ້ານອາວຸດ.

ຕອບກັບ

ຂ່າວ/ບົດ​ອື່ນ