ລັດເຊຍ ກ່າວຫາຝ່າຍຕາເວັນຕົກກໍ່ໂທດກຳສົງຄາມເມື່ອສະໜອງອາວຸດໃຫ້ ຢູແກຼນ

(VOVWORLD) -ດ້ວຍວິທີສະໜອງອາວຸດເປັນຈຳນວນຫຼາຍໃຫ້ແກ່ ຢູແກຼນ ເຊິ່ງໄດ້ຮັບຖືວ່າແມ່ນເພື່ອເພີ່ມກຳລັງແຮງ ແລະ ຄວາມສາມາດຕ້ານ ລັດເຊຍ, ຝ່າຍຕາເວັນຕົກພວມກໍ່ໂທດກຳສົງຄາມອື່ນ.
ລັດເຊຍ ກ່າວຫາຝ່າຍຕາເວັນຕົກກໍ່ໂທດກຳສົງຄາມເມື່ອສະໜອງອາວຸດໃຫ້ ຢູແກຼນ - ảnh 1ທ່ານ Vasily Nebenzia, ຜູ້ຕາງໜ້າ ລັດເຊຍ ປະຈຳສະປະຫະຊາຊາດ
(ພາບ: rianovosti)

ວັນທີ 02 ມິຖຸນາ, ກ່າວຄຳເຫັນທີ່ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບບັນຫາຮັບປະກັນໜ້າທີ່ຄວາມຮັບຜິດຊອບຕໍ່ອາດຊະຍາກຳໃນບັນດາການປະທະກັນ, ທ່ານ Vasily Nebenzia, ຜູ້ຕາງໜ້າ ລັດເຊຍ ປະຈຳສະປະຫະຊາຊາດ ຖະແຫຼງວ່າ, ດ້ວຍວິທີສະໜອງອາວຸດເປັນຈຳນວນຫຼາຍໃຫ້ແກ່ ຢູແກຼນ ເຊິ່ງໄດ້ຮັບຖືວ່າແມ່ນເພື່ອເພີ່ມກຳລັງແຮງ ແລະ ຄວາມສາມາດຕ້ານ ລັດເຊຍ, ຝ່າຍຕາເວັນຕົກພວມກໍ່ໂທດກຳສົງຄາມອື່ນ.

        ທ່ານ Vasily Nebenzia, ອ້າງຫຼັກຖານວ່າ, ອາເມລິກາ ໄດ້ສະໜອງໃຫ້ ຢູແກຼນ ບັນດາປືນໃຫຍ່ M777 ໄລຍະໄກຂອງ ອັງກິດ. ແລະຄືນກ່ອນວັນເດັກນ້ອຍສາກົນ, ລູກປືນຈາກອາວຸດປະເພດດັ່ງກ່າວໄດ້ເຮັດໃຫ້ 5 ຄົນເສຍຊີວິດຢູ່ Makeevka, Donetsk. ອາເມລິກາ ກໍ່ປະກາດແຜນການສະໜອງລະບົບຖານຍິງລູກສອນໄຟຫຼາຍລູກໃນເທື່ອດຽວໃຫ້ແກ່ ຢູແກຼນ. ສິ່ງດັ່ງກ່າວພຽງແຕ່ຈະພາໄປເຖິງການປະທະກັນຖືກປິນຂັ້ນໄດ້ຂຶ້ນຕື່ມເທົ່ານັ້ນ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 02 ມິຖຸນາ, ທ່ານຮອງປະທານສະພາຄວາມໝັ້ນຄົງສະຫະພັນ ລັດເຊຍ Dmitri Medvedev ກ່າວເຕືອນວ່າ, ເລື່ອງ ຢູແກຼນ ປະຕິເສດເຈລະຈາກັບ ລັດເຊຍ ພຽງແຕ່ເຮັດໃຫ້ສະພາບການຢູ່ ຢູແກຼນ ຮ້າຍແຮງຂຶ້ນຕື່ມເທົ່ານັ້ນ ແລະ ຊ້ຳບໍ່ໜຳແມ່ນເສຍອະທິປະໄຕ. ພ້ອມກັນນັ້ນທ່ານ ກໍ່ຮຽກຮ້ອງໃຫ້ປະເທດນີ້ເດີນຕາມນະໂຍບາຍເປັນກາງ, ປະຕິບັດການປອດການທະຫານແຕ່ລະພາກສ່ວນ ແລະ ບັນດາບາດກ້າວສຳຄັນອື່ນ ເພື່ອແນໃສ່ຟື້ນຟູສັນຕິພາບ ແລະ ສະຖຽນລະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ