ລັດ​ເຊຍ ກ່າວ​​ເຕືອນ NATO ​ທີ່​ໄດ້​ແຊກ​ແຊງນັບ​ມື້​ນັບ​ເລິກກວ່າ​ເຂົ້າໃນ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ

(VOVWORLD) -ລັດເຊຍ ຖືວ່າ ເລື່ອງບັນດາປະເທດ NATO ສະໜອງອາວຸດໃຫ້ແກ່ ຢູແກຼນ ພວມເຮັດໃຫ້ການປະທະກັນແກ່ຍາວ ແລະ ເຮັດໃຫ້ເພີ່ມຄວາມສ່ຽງການປະທະກັນປີນຂັ້ນໄດ.
ລັດ​ເຊຍ ກ່າວ​​ເຕືອນ NATO ​ທີ່​ໄດ້​ແຊກ​ແຊງນັບ​ມື້​ນັບ​ເລິກກວ່າ​ເຂົ້າໃນ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ - ảnh 1ນາຍທະຫານ ຢູແກຼນ ນຳໃຊ້ອາວຸດທີ່ ອາເມລິກາ ສະໜອງໃຫ້ ໃນການປະທະກັນກັບ ລັດເຊຍ (ພາບ: AP/TTXVN)

ກ່າວຄຳເຫັນກັບວົງການສື່ມວນຊົນໃນວັນທີ 14 ກຸມພາ, ຢູ່ ມົດສະກູ, ທ່ານ Dmitry Peskov ໂຄສົກວັງ Kremlin ຖືວ່າ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ນັບມື້ນັບສະແດງໃຫ້ເຫັນການເປັນປໍລະປັກກັບ ລັດເຊຍ ຢ່າງຈະແຈ້ງກວ່າ ແລະ ແຊກແຊງເລິກກວ່າເຂົ້າໃນການປະທະກັນຢູ່ ຢູແກຼນ. ລັດເຊຍ ຖືວ່າ ເລື່ອງບັນດາປະເທດ NATO ສະໜອງອາວຸດໃຫ້ແກ່ ຢູແກຼນ ພວມເຮັດໃຫ້ການປະທະກັນແກ່ຍາວ ແລະ ເຮັດໃຫ້ເພີ່ມຄວາມສ່ຽງການປະທະກັນປີນຂັ້ນໄດ.

        ກົງກັນຂ້າມ, ໃນວັນດຽວກັນ, ກ່າວຄຳເຫັນຕໍ່ວົງການນັກຂ່າວກ່ອນທີ່ດຳເນີນກອງປະຊຸມທ່ານລັດຖະມົນຕີກະຊວງປ້ອງກັນປະເທດ NATO  ເຊິ່ງຈັດຂຶ້ນຢູ່ ບຣຸກແຊນ (ແບນຊິກ) ໃນວັນທີ 14 – 15 ກຸມພາ, ທ່ານເລຂາທິການໃຫຍ່ NATO Jens Stoltenberg ຖືວ່າ ບັນດາປະເທດຝ່າຍຕາເວັນຕົກ ຕ້ອງຊຸກຍູ້ການສະໜອງອາວຸດໃຫ້ແກ່ ຢູແກຼນ, ພ້ອມດຽວກັນນັ້ນ, ບັນດາປະເທດຕ້ອງຮັກສາວຽກງານໜູນຊ່ວຍການຂົນສົ່ງອາວຸດປະເພດອື່ນມອບສົ່ງໃຫ້ ຢູແກຼນ.


ຕອບກັບ

ຂ່າວ/ບົດ​ອື່ນ