ລັດເຊຍ ກ່າວເຕືອນ ອາເມລິກາ ບໍ່ໄດ້ບຸກໂຈມຕີ ຊີຣີ ຄື ອີຣັກ

ລັດເຊຍ ກ່າວເຕືອນ ອາເມລິກາ ບໍ່ໄດ້ບຸກໂຈມຕີ ຊີຣີ ຄື ອີຣັກ - ảnh 1
ທ່ານ​ນາງ Valentina Matvienko ປະ​ທານ​ສ​ະ​ພາ​ສູງ​ສະ​ຫະ​ພັນ ລັດ​ເຊຍ 
(ພາບ: AFP/TTXVN)

(vovworld) - ​ວັນ​ທີ 16/04, ທ່ານ​ນາງ Valentina Matvienko ປະ​ທານ​ສ​ະ​ພາ​ສູງ​ສະ​ຫະ​ພັນ ລັດ​ເຊຍ ຖະ​ແຫຼງວ່າ​ ລັດ​ເຊຍ ບໍ່​ຢາກ​ໃຫ້ ອາ​ເມ​ລິ​ກາ ບຸກ​ໂຈມ​ຕີ ຊີ​ຣີ ຄື​ວ່າ​ໄດ້​ບຸກ​ໂຈມ​ຕີ ອີ​ຣັກ ກ່ອນນີ້, ພ້ອມ​ທັງ ຖື​ບັນ​ດາ​ກົມ​ອຸ​ບາຍ​​ເພື່ອ​ຫາ​ເຫດຮຸກ​ຮານ​ບັນ​ດາ​ປະ​ເທດ​ມີ​ອະ​ທິ​ປະ​ໄຕ ແມ່ນ​ບໍ່​ສາ​ມາດ​ຮັບ​ຮູ້ໄດ້. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ນາງ Valentina Matvienko ເຕື້ອງ​ເຖິງເຫດ​ການ ສຳ​ພັນ​ທະ​ມິດ​​ຝ່າຍ​ຕາ​ເວັນ​ຕົກ​ບຸກ​ໂຈມ​ຕີ ອີ​ຣັກ ດ້ວຍ​ຄຳ​ກ່າວ​ຫາ​ ຍັງມີ​ອາວ​ຸດ​ເຄ​ມີ​​ຢູ່ ອີ​ຣັ​ກ. ທ່ານ​ນາງ​ປະ​ທານ​ສະ​ພາ​ສູງ ລັດ​ເຊຍ ຢືນ​ຢັນ​ວ່າ: ລັດ​ເຊຍ ບໍ່​ຢາກ​ເຫັນ​ປະ​ຈັກ​ຕາ​ການບຸກ​ໂຈມ​ຕີຄື​​ຢູ່ ອີ​ຣັກ ແລະ ບໍ່​ຢາກ​​ໃຫ້ປະ​ເທດ​ໃດ ຊອກ​ຫາ​ບັນ​ດາ​ເຫດ​ຜົນຄື​ດັ່ງ​ກ່າວ ເພື່ອ​ເປັນ​ຂໍ້​ອ້າງ​ອີງ​ຮຸກ​ຮານ​ບັນ​ດາ​ປະ​ເທດ​ມີ​ອະ​ທິ​ປະ​ໄຕ.


ຕອບກັບ

ຂ່າວ/ບົດ​ອື່ນ