ລັດເຊຍ ກ່າວເຕືອນກ່ຽວກັບແຜນການໜູນຊ່ວຍເພີ່ມເຕີມໃຫ້ ຢູແກຼນ ຈະກໍ່ຄວາມເສຍຫາຍດ້ານເສດຖະກິດຂອງ ອີຢູ

(VOVWORLD) - ອີຢູ ພວມພິຈາລະນາແຜນການສຳຮອງ, ຕາມນັ້ນແລ້ວ, ສະໜອງຈຳນວນເງິນ 20 ຕື້ເອີໂຣ (22,08 ຕື້ໂດລາສະຫະລັດ) ເພື່ອໜູນຊ່ວຍ ຢູແກຼນ ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງທ່ານນາຍົກລັດຖະມົນຕີ ຮູງກາຣີ Viktor Orban
 
ລັດເຊຍ ກ່າວເຕືອນກ່ຽວກັບແຜນການໜູນຊ່ວຍເພີ່ມເຕີມໃຫ້ ຢູແກຼນ ຈະກໍ່ຄວາມເສຍຫາຍດ້ານເສດຖະກິດຂອງ ອີຢູ - ảnh 1ທ່ານ Dmitry Peskov, ໂຄສົກຂອງວັງ Kremlin


ວັນທີ 27 ທັນວາ, ທ່ານ Dmitry Peskov, ໂຄສົກຂອງວັງ Kremlin ຖືວ່າ: ເລື່ອງສະຫະພາບ ເອີລົບ (ອີຢູ) ໜູນຊ່ວຍດ້ານການເງິນເພີ່ມເຕີມ ໃຫ້ແກ່ຢູແກຼນ ຈະກໍ່ຄວາມເສຍຫາຍໃຫ້ແກ່ເສດຖະກິດຂອງສະຫະພາບນີ້. ຕາມທ່ານ Peskov ແລ້ວ, ເລື່ອງ ອີຢູ ໜູນຊ່ວຍໃຫ້ ຢູແກຼນ ຈະກໍ່ຄວາມກົດດັນດ້ານເສດຖະກິດຂອງບັນດາປະເທດ ສະມາຊິກທີ່ເຄີຍປະສົບກັບຄວາມຫຍຸ້ງຍາກ, ກໍ່ຄືກໍ່ຄວາມເສຍຫາຍໃຫ້ແກ່ຂະແໜງອຸດສາຫະກຳ ແລະ ອະນາຄົດຂອງບັນດາປະເທດນີ້. ການກະທຳຂອງ ອີຢູ ຈະບໍ່ສາມາດສົ່ງຜົນສະທ້ອນເຖິງສະພາບຢູ່ພື້ນທີ່ຕົວຈິງ.

        ເຈົ້າໜ້າທີ່ວັງ Kremlin ໄດ້ຍົກອອກຖະແຫຼງການດັ່ງກ່າວ ໃນຂະນະທີ່ໜັງສືພິມ Financial Times ສະບັບອອກວັນທີ 26 ທັນວາ ໄດ້ໃຫ້ຂ່າວວ່າ: ອີຢູ ພວມພິຈາລະນາແຜນການສຳຮອງ, ຕາມນັ້ນແລ້ວ, ສະໜອງຈຳນວນເງິນ 20 ຕື້ເອີໂຣ (22,08 ຕື້ໂດລາສະຫະລັດ) ເພື່ອໜູນຊ່ວຍ ຢູແກຼນ ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງທ່ານນາຍົກລັດຖະມົນຕີ ຮູງກາຣີ Viktor Orban. ກ່ອນນັ້ນ, ທີ່ກອງປະຊຸມສຸດຍອດ ອີຢູ ຈັດຂຶ້ນໃນວັນທີ 14 – 15 ທັນວາ ຢູ່ ບຣຸກແຊນ (ປະເທດ ແບນຊິກ), ບັນດາການນຳ ອີຢູ ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມ ກ່ຽວກັບຂໍ້ສະເໜີຂອງຄະນະກຳມະການ ເອີລົບ (EC) ທີ່ສະໜອງ ບ້ວງເງິນ ໃຫ້ ຢູແກຼນ ຂຶ້ນເຖິງ 50 ຕື້ເອີໂຣ ພາຍໃຕ້ຮູບແບບບັນດາບ້ວງເງິນກູ້ຢຶມ ເພື່ອແນໃສ່ຮັກສາກົງຈັກລັດຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ