ລັດ​ເຊຍ ກ່າ​ວ​ເຕືອນ​ຄວາມ​ສ່ຽງ​ເກີດ​ສົງ​ຄາມ​ໂລກ​ຄັ້ງ​ທີ 3

(VOVWORLD) - ເລື່ອງຝ່າຍຕາເວັນຕົກເພີ່ມທະວີການສະໜອງອາວຸດໃຫ້ແກ່ ຢູແກຼນ “ແມ່ນອາດຈະພາໄປເຖິງທາງຕັນ ແລະ ສົງຄາມຄັ້ງທີ 3”. 
ລັດ​ເຊຍ ກ່າ​ວ​ເຕືອນ​ຄວາມ​ສ່ຽງ​ເກີດ​ສົງ​ຄາມ​ໂລກ​ຄັ້ງ​ທີ 3 - ảnh 1ທ່ານຮອງປະທານສະພາຄວາມໝັ້ນຄົງ ລັດເຊຍ  Dmitry Medvedev (ພາບ: TTXVN)

ໃນເວັບໄຊ Telegram ວັນທີ 11 ກໍລະກົດ, ທ່ານຮອງປະທານສະພາຄວາມໝັ້ນຄົງ ລັດເຊຍ  Dmitry Medvedev ເນັ້ນໜັກວ່າ ເລື່ອງຝ່າຍຕາເວັນຕົກເພີ່ມທະວີການສະໜອງອາວຸດໃຫ້ແກ່ ຢູແກຼນ “ແມ່ນອາດຈະພາໄປເຖິງທາງຕັນ ແລະ ສົງຄາມຄັ້ງທີ 3”. ຄອມເມັ້ນຂອງທ່ານ Medvedev ໄດ້ຍົກອອກມາໃນວັນຈັດກອງປະຊຸມສຸດຍອດ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ເຊິ່ງໄຂຂຶ້ນຢູ່ ລິດວາ, ເຊິ່ງເປັນບ່ອນທີ່ບາງປະເທດໃຫ້ຄຳໝັ້ນສັນຍາສະໜອງອາວຸດ ແລະ ຊ່ວຍເຫຼືອການເງິນໃຫ້ ຢູແກຼນ ຕື່ມອີກ.

        ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ Viktor Orban ຮຽກຮ້ອງໃຫ້ NATO ຊຸກຍູ້ການຢຸດຍິງ ແລະ ເຈລະຈາສັນຕິພາບຢູ່ ຢູແກຼນ ແທນທີ່ສືບຕໍ່ສົ່ງອາວຸດໃຫ້ແກ່ Kiev. ການນຳ ຮຸງກາຣີ ກໍເນັ້ນໜັກວ່າ NATO ມີໜ້າທີ່ປົກປ້ອງບັນດາສະມາຊິກ, “ບໍ່ປະຕິບັດການເຄື່ອນໄຫວການທະຫານໃນດິນແດນຂອງປະເທດອື່ນ.” ທ່ານກໍກະຕຸກຊຸກຍູ້ການນຳ NATO ປະຕິບັດພາລະກຳ “ປ້ອງກັນຕົວ” ຂອງສຳພັນທະມິດການທະຫານນີ້ໃຫ້ຖືກຕ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ