ລັດ​ເຊຍ ກ່າວ​ເຕືອນ​ຈະ​ໂຕ້​ຕອບ​ການ​ກະ​ທຳ ແບບ“ທີ່​ບໍ່​ເຄີຍ​ມີ​ມາ​ກອນ” ຂອງ ສ.ເຊັກ​ໂກ

(VOVWORLD) -ຖະແຫຼງການຂອງກະຊວງການຕ່າງປະເທດ ລັດເຊຍ ໄດ້ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າຈະມີມາດຕະການໂຕ້ຕອບເພື່ອໃຫ້ຜູ້ມີການກະທຳເກາະຜິດນີ້ ຮັບຮູ້ໄດ້ເຖິງຄວາມຮັບຜິດຊອບຢ່າງຄົບຖ້ວນຂອງເຂົາເຈົ້າ ເມື່ອທຳລາຍພື້ນຖານການພົວພັນທີ່ເປັນປົກກະຕິລະຫວ່າງສອງປະເທດ”.
ລັດ​ເຊຍ ກ່າວ​ເຕືອນ​ຈະ​ໂຕ້​ຕອບ​ການ​ກະ​ທຳ ແບບ“ທີ່​ບໍ່​ເຄີຍ​ມີ​ມາ​ກອນ” ຂອງ ສ.ເຊັກ​ໂກ - ảnh 1ທ່ານນາຍົກລັດຖະມົນຕີ Andrej Babis ແລະ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ Jan Hamacek ຂອງ ສ.ເຊັກໂກ (ພາບ: AFP/TTXVN)

ວັນທີ 18 ເມສາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ອອກຖະແຫຼງການຢັ້ງຢືນ ຈະໂຕ້ຕອບການຕັດສິນແບບທີ່ “ບໍ່ເຄີຍມີມາກ່ອນ” ຂອງ ສ.ເຊັກໂກ ເມື່ອເນລະເທດ ນັກການທູດ ລັດເຊຍ 18 ຄົນ. ຖະແຫຼງການຂອງກະຊວງການຕ່າງປະເທດ ລັດເຊຍ ໄດ້ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າຈະມີມາດຕະການໂຕ້ຕອບເພື່ອໃຫ້ຜູ້ມີການກະທຳເກາະຜິດນີ້ ຮັບຮູ້ໄດ້ເຖິງຄວາມຮັບຜິດຊອບຢ່າງຄົບຖ້ວນຂອງເຂົາເຈົ້າ ເມື່ອທຳລາຍພື້ນຖານການພົວພັນທີ່ເປັນປົກກະຕິລະຫວ່າງສອງປະເທດ”. ຖະແຫຼງການໄດ້ຍົກອອກມາ ໃນສະພາບການ ທ່ານນາຍົກລັດຖະມົນຕີ Andrej Babis ແລະ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ Jan Hamacek ຂອງ ສ.ເຊັກໂກ ໃນວັນທີ 17 ເມສາ ທີ່ໄດ້ປະກາດວ່າປະເທດນີ້ຈະເນລະເທດ ພະນັກງານການທູດ 18 ຄົນ ຂອງ ສະຖານທູດ ລັດເຊຍ ຍ້ອນສົງໄສວ່າ ບັນດາອົງການສືບລາຊະການລັບຂອງ ລັດເຊຍ ມີສ່ວນກ່ຽວຂ້ອງເຖິງເຫດສາງລູກປືນຂອງທະຫານ ເຊັກໂກ ລະເບີດຂຶ້ນ ເມື່ອປີ 2014.

ພາຍຫຼັງໄດ້ຮັບຂ່າວວ່າ, ເຊັກໂກ ປະກາດ ການຕັດສິນດັ່ງກ່າວ, ໃນວັນທີ 17ເມສາ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໄດ້ຖະແຫຼງວ່າ ສ.ເຊັກໂກ ໄດ້ຮັບຮູ້ ຜົນຕາມມາຂອງການຕັດສິນເນລະເທດພານັກງານການທູດຂອງສະຖານທູດ ລັດເຊຍ ປະຈຳ Praha 18 ຄົນຢ່າງຈະແຈ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ