ລັດເຊຍ ກ່າວເຕືອນຜົນຮ້າຍຂອງເລື່ອງບໍ່ມີສົນທິສັນຍາປ່ຽນແທນສົນທິສັນຍາ New START

(VOVWORLD) -ທ່ານຮອງປະທານສະພາຄວາມໝັ້ນຄົງສະຫະພັນ ລັດເຊຍ Dmitry Medvedev ສະແດງຄວາມສົງໄສຕໍ່ຂໍ້ສະເໜີຂອງ ອາເມລິກາ ກ່ຽວກັບເລື່ອງເຈລະຈາຂໍ້ຕົກລົງຄວບຄຸມອາວຸດໃໝ່
ລັດເຊຍ ກ່າວເຕືອນຜົນຮ້າຍຂອງເລື່ອງບໍ່ມີສົນທິສັນຍາປ່ຽນແທນສົນທິສັນຍາ New START - ảnh 1ທ່ານຮອງປະທານສະພາຄວາມໝັ້ນຄົງສະຫະພັນ ລັດເຊຍ Dmitry Medvedev
(ພາບ: AFP/TTXVN)

ວັນທີ 02 ສິງຫາ, ວັງ Kremlin ຖືວ່າ, ຖ້າຫາກວ່າ ສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START ຫຼື ເອີ້ນວ່າ START3) ໝົດຜົນສັກສິດ ເຊິ່ງບໍ່ມີສົນທິສັນຍາໃດມາປ່ຽນແທນໃນປີ 2026 ນັ້ນສິ່ງດັ່ງກ່າວຈະສົ່ງຜົນກະທົບຫຍໍ້ທໍ້ທີ່ສຸດຕໍ່ຄວາມໝັ້ນຄົງທົ່ວໂລກ.

        ໃນວັນດຽວກັນ, ທ່ານຮອງປະທານສະພາຄວາມໝັ້ນຄົງສະຫະພັນ ລັດເຊຍ Dmitry Medvedev ສະແດງຄວາມສົງໄສຕໍ່ຂໍ້ສະເໜີຂອງ ອາເມລິກາ ກ່ຽວກັບເລື່ອງເຈລະຈາຂໍ້ຕົກລົງຄວບຄຸມອາວຸດໃໝ່ ເພື່ອແນໃສ່ປ່ຽນແທນໃຫ້ສົນທິສັນຍາ New START.

        ວັນທີ 01 ສິງຫາ, ໃນຖະແຫຼງການເຊິ່ງໄດ້ຍົກອອກມາກ່ອນໄຂກອງປະຊຸມບັນດາປະເທດເຂົ້າຮ່ວມສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ໄດ້ຈັດຂຶ້ນຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຢືນຢັນວ່າ, ວໍຊິງຕັນ ພ້ອມແລ້ວທີ່ຈະປຶກສາຫາລືກັບ ລັດເຊຍ ກ່ຽວກັບຂໍ້ຕົກລົງຄວບຄຸມອາວຸດໃໝ່ ເພື່ອປ່ຽນແທນໃຫ້ສັນຍາ New START ແລະ ຮຽກຮ້ອງໃຫ້ ມົດສະກູ ຕ້ອງພິສູດໃຫ້ເຫັນວ່າ ຕົນເອງ “ພ້ອມແລ້ວທີ່ຈະສົມທົບ”.

ຕອບກັບ

ຂ່າວ/ບົດ​ອື່ນ