ລັດເຊຍ ກ່າວເຕືອນຜົນຮ້າຍຢ້ອນຫຼັງຈາກບັນດາມາດຕະການລົງໂທດໃໝ່ເຊິ່ງ ອາເມລິກາ ຈະຈັດວາງ

(VOVWORLD) - ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 24 ກໍລະກົດ, ທ່ານ Dmitry Peskov, ໂຄສົກຂອງວັງ Kremlin ໄດ້ກ່າວເຕືອນເລື່ອງ ອາເມລິກາ ສືບຕໍ່ມີບັນດາການກະທຳເພື່ອແນໃສ່ນາບຂູ່ລົງໂທດ ລັດເຊຍ ຈະກໍ່ຄວາມເສຍຫາຍໃຫ້ບັນດາຜົນປະໂຫຍດໃຫ້ທັງ 2 ຝ່າຍ. 

ລັດເຊຍ ກ່າວເຕືອນຜົນຮ້າຍຢ້ອນຫຼັງຈາກບັນດາມາດຕະການລົງໂທດໃໝ່ເຊິ່ງ ອາເມລິກາ ຈະຈັດວາງ - ảnh 1

 ທ່ານ Dmitry Peskov, ໂຄສົກຂອງວັງ Kremlin

(ພາບ: AFP/TTXVN)

ແລະກໍ່ໃນວັນດຽວກັນ, ທ່ານ Valentina Matviyenko, ປະທານສະພາສະຫະພັນ (ສະພາສູງ ລັດເຊຍ) ໄດ້ເນັ້ນໜັກວ່າ ບັນດາມາດຕະການລົງໂທດໃໝ່ຕ້ານ ລັດເຊຍ ໂດຍ ອາເມລິກາ ສະເໜີຄືດັ່ງຄວາມມານະພະຍາຍາມເພື່ອແນໃສ່ຊຸກຍູ້ ມົດສະກູ ອອກຈາກຕະຫຼາດພະລັງງານ ເອີລົບ. ຝ່າຍ ລັດເຊຍ ກໍ່ຍົກອອກບັນດາຄຳປະກາດດັ່ງກ່າວພາຍຫຼັງບັນດາສະມາຊິກສະພາສູງ ແລະ ສະພາຕ່ຳ ອາເມລິກາ ປະກາດ ໄດ້ເຫັນດີເປັນເອກະພາບກ່ຽວກັບຮ່າງກົດໝາຍສະບັບໜຶ່ງເຊິ່ງລວມມີ: ບັນດາມາດຕະການລົງໂທດໃຫມ່ແນໃສ່ຕ້ານ ລັດເຊຍ. ຕາມແຜນການແລ້ວ, ຮ່າງກົນຫມາຍນີ້ຈະໄດ້ຍືນສະເໜີຕໍ່ສະພາຕ່ຳພິຈາລະນາ, ຫຼັງຈາກນັ້ນແມ່ນ ສະພາສູງ ແລະ ສຸດທ້າຍຈະຍື່ນສະເໜີຕໍ່ທ່ານປະທານາທິບໍດີ Donald Trump ເຊັນປະກາດໃຊ້ໃນທ້າຍເດືອນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ