ລັດ​ເຊຍ ​ກ່າວ​ເຕືອນວ່າ ​ບັນ​ດາ​ການ​ຊ້ອມ​ຮົບ​ຕ້ານ ມົດ​ສະ​ກູ ຈະກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່​ບາງ​ພາກ​ພື້ນ

(VOVWORLD) -ວັນທີ 24 ມິຖຸນາ, ທ່ານ Nikolai Patrushev ເລຂາສະພາຄວາມໝັ້ນຄົງແຫ່ງຊາດ ລັດເຊຍ ໃຫ້ຮູ້ວ່າ ບັນດາບັ້ນຊ້ອມຮົບຕ້ານ ລັດເຊຍ  ຈະກໍ່ຄວາມເຄັ່ງຕຶງຢູ່ບາງພາກພື້ນ, ນັບທັງທະເລ Baltic ແລະ ທະເລດຳ.
ລັດ​ເຊຍ ​ກ່າວ​ເຕືອນວ່າ ​ບັນ​ດາ​ການ​ຊ້ອມ​ຮົບ​ຕ້ານ ມົດ​ສະ​ກູ ຈະກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່​ບາງ​ພາກ​ພື້ນ - ảnh 1ທ່ານ Nikolai Patrushev ເລຂາສະພາຄວາມໝັ້ນຄົງແຫ່ງຊາດ ລັດເຊຍ (ພາບ: AFP/TTXVN)

ທີ່ກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 9, ທ່ານ Patrushev ໃຫ້ຮູ້ວ່າ ລັດເຊຍ ເຫັນໄດ້ ເຖິງຄວາມເຂັ້ມຂອງ ຂ່າວລາຊະການລັບ ແລະ ການກະທຳໂອ້ອວດ ຂອງ ເຮືອບິນ ແລະ ກຳປັ່ນສູ້ຮົບ ຂອງ ອົງການອັດລັງຕິກເໜືອ (NATO) ຢູ່ໃກ້ກັບຊາຍແດນຂອງ ລັດເຊຍ. ທ່ານ Patrushev ຖືວ່າ ບັນດາການກະທຳດັ່ງກ່າວຈະກໍ່ຄວາມເຄັ່ງຕຶງ ຢູ່ບັນດາພາກພື້ນ ລວມມີທະເລ Baltic ແລະ ທະເລດຳ.

ທ່ານ Patrushev ເນັ້ນໜັກວ່າ ບໍ່ມີວິທີການແກ້ໄຂ ໃດສາມາດປ່ຽນແທນໃຫ້ແກ່ເສັ້ນທາງ ລັດເຊຍ ຕ້ອງເພີ່ມທະວີກຳລັງຄວາມສາມາດໃນການປົກປັກຮັກສາປະເທດຊາດ.

        ກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 9, ໂດຍກະຊວງປ້ອງກັນປະເທດ ລັດເຊຍຈັດຂຶ້ນ, ໄດ້ດຳເນີນໃນລະຫວ່າງວັນທີ 23 – 24 ມິຖຸນາ ດ້ວຍການເຂົ້າຮ່ວມຂອງ ແຂກຖືກເຊີນກ່ວາ 600 ຄົນ ລວມມີບັນດາຜູ້ຕາງໜ້າກະຊວງປ້ອງກັນປະເທດບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ແລະ ວົງການນັກຊ່ຽວຊານ.

ຕອບກັບ

ຂ່າວ/ບົດ​ອື່ນ