ລັດເຊຍ ກ່າວເຕືອນເລື່ອງດຳເນີນການເຈລະຈາກັບ ຢູແກຼນ ນັບມື້ນັບຫຍຸ້ງຍາກກວ່າ

(VOVWORLD) - ຢູແກຼນ ຕ້ອງເຂົ້າໃຈວ່າ “ການແກ່ຍາວເວລາ ຍາກທີ່ຈະສາມາດເປັນເອກະພາບບໍ່ວ່າສິ່ງໃດ”.
ລັດເຊຍ ກ່າວເຕືອນເລື່ອງດຳເນີນການເຈລະຈາກັບ ຢູແກຼນ ນັບມື້ນັບຫຍຸ້ງຍາກກວ່າ - ảnh 1(ພາບ: Tass)

      ວັນທີ 31 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ກ່າວເຕືອນວ່າ, ບັນດາການເຈລະຈາລະຫວ່າງປະເທດນີ້ ແລະ ຢູແກຼນ ອາດຈະນັບມື້ນັບຫຍຸ້ງຍາກກວ່າຕາມການເວລາ.

     ເມື່ອຕອບສຳພາດຕໍ່ນັກຂ່າວຊ່ອງໂທລະພາບ RT, ທ່ານ Sergei Lavrov ຊີ້ແຈ້ງວ່າ, ກ່ອນນີ້ 1,5 ປີ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ເຕື້ອງເຖິງບັນດາການເຈລະຈາ ທີ່ມີຄວາມສາມາດບົ່ມຊ້ອນແລ້ວ, ຕາມນັ້ນແລ້ວ, ມົດສະກູ ບໍ່ຄັດຄ້ານເລື່ອງດັ່ງກ່າວ. ເຖິງຢ່າງໃດກໍ່ຕາມ, ຢູແກຼນ ຕ້ອງເຂົ້າໃຈວ່າ “ການແກ່ຍາວເວລາ ຍາກທີ່ຈະສາມາດເປັນເອກະພາບບໍ່ວ່າສິ່ງໃດ”.

     ນັກການທູດແຖວໜ້າຂອງ ລັດເຊຍ ກໍ່ເນັັ້ນໜັກເຖິງເລື່ອງປະເທດນີ້ ຈະເຈລະຈາເລື່ອງ ຢູແກຼນ ເຂົ້າເປັນສະມາຊິກອົງການ ນາໂຕ ແລະ ປະຈຸບັນ, ມົດສະກູ ກໍ່ບໍ່ຊອກຫາການເຈລະຈາຄັ້ງໃດໆ.

ຕອບກັບ

ຂ່າວ/ບົດ​ອື່ນ