ລັດເຊຍ ກຽມພ້ອມຮ່ວມມືກັບບັນດາປະເທດໃນການຕ້ານຄືນບັນດາໄພນາບຂູ່ລວມ

(VOVWORLD) - ຄຳເຫັນຂອງທ່ານນາຍົກລັດຖະມົນຕີ Fumio Kishida ໄດ້ຍົກອອກມາໃນຂະນະທີ່ຕົ້ນເດືອນພຶດສະພານີ້...
 
ລັດເຊຍ ກຽມພ້ອມຮ່ວມມືກັບບັນດາປະເທດໃນການຕ້ານຄືນບັນດາໄພນາບຂູ່ລວມ - ảnh 1                                            ທ່ານປະທານາທິບໍດີ ລັດເຊຍ Vladimir Putin
                                                            (ພາບ:AFP/TTXVN)

ໃນເທບວີດີໂອ ສົ່ງເຖິງກອງປະຊຸມສາກົນຄັ້ງທີ 11 ຂອງບັນດາຜູ້ຕາງໜ້າຂັ້ນສູງ ຮັບຜິດຊອບບັນດາບັນຫາດ້ານຄວາມໝັ້ນຄົງ ທີ່ຈັດຂຶ້ນຢູ່ເຂດຊານນະຄອນຫຼວງ ມົດສະກູ, ປະເທດ ລັດເຊຍ ໃນວັນທີ 24 ພຶດສະພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ກ່າວເຕືອນວ່າ ສະພາບການສາກົນນັບມື້ນັບສັບສົນ, ປະກົດມີສະຖານທີ່ເຄັ່ງຕຶງໃໝ່, ໜັກໜ່ວງຫາບຂອງການປະທະກັນທີ່ແກ່ຍາວ.

        ຍ້ອນເຫດນັ້ນ, ການນຳ ລັດເຊຍ ຈິ່ງເນັ້ນໜັກຄວນເພີ່ມທະວີຄວາມສະຖຽນລະພາບໂລກ, ສືບຕໍ່ສ້າງລະບົບດ້ານຄວາມໝັ້ນຄົງເປັນເອກະພາບ ບໍ່ສາມາດຕັດແຍກ, ແກ້ໄຂບັນດາບັນຫາດ້ວຍຂອບຂະໜາດໃຫຍ່ ເພື່ອຮັບປະກັນການພັດທະນາເສດຖະກິດ, ເຕັກໂນໂລຊີ ແລະ ສັງຄົມ.  ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ກ່ອນອື່ນໝົດ, ຕ້ອງມີການສົມທົບກັນ, ຄວາມມານະພະຍາຍາມຂອງທຸກໆປະເທດ, ພ້ອມກັນເຮັດວຽກງານທີ່ຕັ້ງໜ້າບົນຫຼັກການເຄົາລົບນັບຖື, ຮ່ວມມື ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ທ່ານປະທານາທິບໍດີ Putin ຢັ້ງຢືນວ່າ: ລັດເຊຍ ກຽມພ້ອມຮ່ວມມືກັບທຸກໆປະເທດ ທີ່ມີຄວາມສົນໃຈເຖິງການຕ້ານຄືນບັນດາໄພນາບຂູ່ລວມ. ແລະກໍ່ໃນບົດຄຳເຫັນ, ປະທານາທິບໍດີ ລັດເຊຍ ຢັ້ງຢືນວ່າ ລັດເຊຍ ເຄົາລົບນັບຖືສາຍພົວພັນທີ່ສະໜິດແໜ້ນ, ໄວ້ເນື້ອເຊື່ອໃຈ ກັບບັນດາປະເທດ ອາຊີ, ອາບຟຣີກາ ແລະ ອາເມລິກາ ລາຕິນ ແລະ ຈະສະໜັບສະໜູນດ້ວຍທຸກວິທີທີ່ອາດສາມາດເຮັດໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ