ລັດເຊຍ ກຽມພ້ອມເຈລະຈາກັບຝ່າຍຕາເວັນຕົກດ້ວຍເງື່ອນໄຂຄວາມຈິງໃຈ ແລະ ຮັບປະກັນຜົນປະໂຫຍດແຫ່ງຊາດ

(VOVWORLD) - ຜູ້ນຳອົງການການທູດ ລັດເຊຍ ໄດ້ໃສ່ໃຈເຖິງໝາກຜົນການສະຫລຸບຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນການຕອບສຳພາດຫວ່າງມໍ່ໆມານີ້ທີ່ວ່າ: ລັດເຊຍ ບໍ່ມີຄວາມເຊື່ອໝັ້ນຕໍ່ຝ່າຍຕາເວັນຕົກແລ້ວ.
ລັດເຊຍ ກຽມພ້ອມເຈລະຈາກັບຝ່າຍຕາເວັນຕົກດ້ວຍເງື່ອນໄຂຄວາມຈິງໃຈ ແລະ ຮັບປະກັນຜົນປະໂຫຍດແຫ່ງຊາດ - ảnh 1
ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov
(ພາບ:AFP/TTXVN)

ລັດເຊຍ ກຽມພ້ອມເຈລະຈາກັບຝ່າຍຕາເວັນຕົກ ດ້ວຍເງື່ອນໄຂເຈລະຈາແບບຈິງໃຈ ແລະ ຮັບປະກັນການພິຈາລະນາບັນດາຜົນປະໂຫຍດອັນຊອບທຳຂອງສະຫະພັນລັດເຊຍ ຢ່າງຄົບຖ້ວນ. ນັ້ນແມ່ນການຢັ້ງຢືນຂອງທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ທີ່ການຕອບສຳພາດ ກັບທ່ານ Andrei Kondrashov, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ TASS ໃນວັນທີ 24 ມີນາ.

        ຜູ້ນຳອົງການການທູດ ລັດເຊຍ ໄດ້ໃສ່ໃຈເຖິງໝາກຜົນການສະຫລຸບຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນການຕອບສຳພາດຫວ່າງມໍ່ໆມານີ້ທີ່ວ່າ: ລັດເຊຍ ບໍ່ມີຄວາມເຊື່ອໝັ້ນຕໍ່ຝ່າຍຕາເວັນຕົກແລ້ວ. ແຕ່ເຖິງຢ່າງໃດກໍ່ຕາມ, ລັດຖະມົນຕີການຕ່າງປະເທດ Sergei Lavrov ກໍ່ໄດ້ຢັ້ງຢືນຄືນໃໝ່ວ່າ: ລັດເຊຍ ຍາມໃດກໍ່ສ້າງເງື່ອນໄຂເພື່ອດຳເນີນການເຈລະຈາກັບຝ່າຍຕາເວັນຕົກ, ແຕ່ດ້ວຍເງື່ອນໄຂນັ້ນແມ່ນວິວັດການເຈລະຈາຕ້ອງຈິງໃຈ, ມີການຮັບປະກັນ ແລະ ອີງຕາມສະພາບການຕົວຈິງປະຈຸບັນ ກໍ່ຄືເຈລະຈາບັນດາຜົນປະໂຫຍດສອດຄ່ອງຕາມກົດໝາຍຂອງສະຫະພັນລັດເຊຍຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ