ລັດເຊຍ ກຽມອອກໃບອະນຸຍາດໃຫ້ວັກຊິນປ້ອງກັນໂຄວິດ-19 ຊະນິດທີ 2

(VOVWORLD) - ວັນທີ 26 ສິງຫາ, ທ່ານນາງຮອງນາຍົກລັດຖະມົນຕີ ລັດເຊຍ Tatiana Golikova ຖະແຫຼງວ່າ ລັດເຊຍ ພວມກະກຽມອອກໃບອະນຸຍາດໃຫ້ວັກຊິນປ້ອງກັນໂຄວິດ-19 ຊະນິດທີ 2 ໃນທ້າຍເດືອນ ກັນຍາ ຫຼື ຕົ້ນເດືອນ ຕຸລາ.
ລັດເຊຍ ກຽມອອກໃບອະນຸຍາດໃຫ້ວັກຊິນປ້ອງກັນໂຄວິດ-19 ຊະນິດທີ 2 - ảnh 1ລັດເຊຍ ກຽມອອກໃບອະນຸຍາດໃຫ້ວັກຊິນປ້ອງກັນໂຄວິດ-19 ຊະນິດທີ 2 (ພາບ: THX/TTXVN)

        ກ່າວຄຳເຫັນທີ່ກອງປະຊຸມລັດຖະບານທີ່ໄດ້ອອກອາກາດຜ່ານຊ່ອງໂທລະບາບ, ທ່ານນາງ Golikova ໄດ້ລາຍງານກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ວ່າ ບັນດາການທົດລອງໃນເບື້ອງຕົ້ນຂອງວັກຊິນປ້ອງກັນໂຄວິດ-19 ຊະນິດທີ 2 ໂດຍສະຖາບັນຄົ້ນຄວ້າໄວຣັດວິທະຍາ Vector ຢູ່ Siberia ຜັນຂະຫຍາຍ, ຈະສຳເລັດໃນທ້າຍເດືອນ ກັນຍາ ນີ້.

        ທ່ານນາງຮອງນາຍົກລັດຖະມົນຕີ ລັດເຊຍ ຍັງຢັ້ງຢືນວ່າ “ມາຮອດມື້ນີ້, ຍັງບໍ່ທັນມີອາການຜິດປົກກະຕິ ສຳລັບຜູ້ທີ່ໄດ້ສັກຢາວັກຊິນດັ່ງກ່າວ ໃນໄລຍະທົດລອງຄັ້ງທີ 1  ແລະ ທີ 2”.

ຕອບກັບ

ຂ່າວ/ບົດ​ອື່ນ