ລັດເຊຍ ຄັດຄ້ານກົນອຸບາຍຂອງ ອາເມລິກາ ຄວບຄຸມເຂດນ່ານຟ້າ ຊີຣີ

(VOVWORLD) - ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 29 ພະຈິກ, ທ່ານປະທານກຳມາທິການ ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ສະພາສູງ ລັດເຊຍ Viktor Bondarev ຖະແຫຼງວ່າ 
ລັດເຊຍ ຄັດຄ້ານກົນອຸບາຍຂອງ ອາເມລິກາ ຄວບຄຸມເຂດນ່ານຟ້າ ຊີຣີ - ảnh 1 ທ່ານປະທານກຳມາທິການ ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ສະພາສູງ ລັດເຊຍ Viktor Bondarev (ພາບ:  Reuters)


ມົດສະກູ ເດັດດ່ຽວຄັດຄ້ານແຜນການຂອງ ອາເມລິກາ ຢູ່ ຊີຣີ ຄືນໃໝ່ ພາຍຫລັງຕີປະລາໄຊກຸ່ມກໍ່ການຮ້າຍລັດອິດສະລາມ (IS) ເພື່ອຜ່ານນັ້ນ ຈະຍາດໄດ້ສິດຄວບຄຸມເຂດນ່ານຟ້າໃນທົ່ວພາກພື້ນ. ຖະແຫຼງການຂອງທ່ານ Bondarev ໄດ້ຍົກອອກໃນສະພາບການ ກ່ອນທີ່ໜັງສືພິມ Washington Post ຈະໃຫ້ຂ່າວວ່າ ອາເມລິກາ ພວມສ້າງແຜນການຮັກສາການມີໜ້າດ້ານການທະຫານຢູ່ ຊີຣີ ພາຍຫລັງຕີປະລາໄຊ IS ແລະ ສ້າງຕັ້ງອຳນາດການປົກຄອງໃໝ່ ຢູ່ພາກເໜືອປະເທດນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ