ລັດ​ເຊຍ ຄັດ​ຄ້ານ​ຄຳ​ສັ່ງ ກັກ​ຕົວ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ຂອງ ICC

(VOVWORLD) -ຜູ້ຕາງໜ້າລັດເຊຍ ປະຈຳ ສປຊ Vasily Nebenzya ຕຳໜິຕິຕຽນຄຳສັ່ງ ກັກຕົວທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາງ Maria Lvova-Belova ຂອງ ICC ແມ່ນຜິດກົດໝາຍ.
ລັດ​ເຊຍ ຄັດ​ຄ້ານ​ຄຳ​ສັ່ງ ກັກ​ຕົວ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ຂອງ ICC - ảnh 1ສານອາຍາສາກົນ  (ພາບ: Getty Images)

ໂດຍໂຕ້ຕອບກ່ຽວກັບເລື່ອງ ສານອາຍາສາກົນ (ICC) ໄດ້ປະກາດຄຳສັ່ງກັກຕົວ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາງ Maria Lvova-Belova ຜູ້ຕາງໜ້າມີສິດອຳນາດເຕັມຂອງທ່ານປະທານາທິບໍດີ ລັດເຊຍ ກ່ຽວກັບສິດທິເດັກ, ວັນທີ 17 ມີນາ, ວົງການເຈົ້າໜ້າທີ່ ລັດເຊຍ ຢັ້ງຢືນວ່າ ການກະທຳນີ້ບໍ່ມີພື້ນຖານນິຕິກຳ ຍ້ອນວ່າ ມົດສະກູ ແລະ ຫຼາຍປະເທດບໍ່ຮັບຮອງເອົາສິດອຳນາດຂອງ ICC.

ລະອຽດແມ່ນ, ຜູ້ນຳໜ້າ ຄະນະກຳມະການລັດຖະທຳມະນູນຂອງ ສະພາສະຫະພັນ ລັດເຊຍ Andrei Klishas ໄດ້ປະກາດວ່າ ຄຳສັ່ງກັກຕົວຂອງ ICC ໄຮ້ພື້ນຖານນິຕິນກຳ. ໃນຂະນະນັ້ນ, ຜູ້ຕາງໜ້າລັດເຊຍ ປະຈຳ ສປຊ Vasily Nebenzya ຕຳໜິຕິຕຽນຄຳສັ່ງ ກັກຕົວທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາງ Maria Lvova-Belova ຂອງ ICC ແມ່ນຜິດກົດໝາຍ.

ໃນການໂຕ້ຕອບທີ່ກ່ຽວຂ້ອງ, ທ່ານ Csaba Koroshi ໂຄສົກຂອງ ສະມັດຊາໃຫຍ່ ສປຊ Polina Kubiak ໃຫ້ຮູ້ວ່າ ທ່ານປະທານ ສະມັດຊາໃຫຍ່ ສປຊ Csaba Koroshi ພ້ອມແລ້ວທີ່ຈະພົບປະກັບທ່ານປະທານາທິບໍດີ ລັດເຊຍ  Vladimir Putin ຖ້າຫາກວ່າທ່ານ Vladimir Putin ມີຄວາມຕ້ອງການ. ທ່ານ Polina Kubiak ກໍ່ຊີ້ແຈ້ງວ່າ ລັດເຊຍ ແມ່ນສະມາຊິກຂອງ ສະມັດຊາໃຫຍ່ ສປຊ. ສິ່ງນີ້ບໍ່ສາມາດປ່ຽນແປງໄດ້, ເວັ້ນເສຍແຕ່ເມື່ອສະພາຄວາມໝັ້ນຄົງ ສປຊ ແລະ ສະມັດຊາໃຫຍ່ ສປຊ ມີຮູບການອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ