ລັດເຊຍ ຄັດຄ້ານຕໍ່ເລື່ອງ IOC ຫ້າມບັນດານັກກິລາຂອງປະເທດນີ້ເຂົ້າຮ່ວມພິທີສວນສະໜາມ Olympic Paris

(VOVWORLD) - ກ່ອນນັ້ນໜຶ່ງວັນ, ວົງການເຈົ້າໜ້າທີ່ IOC ປະກາດວ່າ: ບັນດານັກກິລາລັດເຊຍ ແລະ ເບລາຣຸດ ແຂ່ງຂັນຢູ່ Olympic ລະດູແລ້ງ ປາຣີ 2024 ພາຍໃຕ້ຖານະສ່ວນຕົວເຊິ່ງຈະບໍ່ໄດ້ເຂົ້າຮ່ວມພິທີໄຂ. ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງກອງປະຊຸມຂອງຄະນະບໍລິຫານ IOC ຢູ່ນະຄອນ Lausanne (ປະເທດ ສະວິດ)
ລັດເຊຍ ຄັດຄ້ານຕໍ່ເລື່ອງ IOC ຫ້າມບັນດານັກກິລາຂອງປະເທດນີ້ເຂົ້າຮ່ວມພິທີສວນສະໜາມ Olympic Paris - ảnh 1ນັກກິລາ ລັດເຊຍ ສວນສະໜາມໃນງານມະຫາກຳກິລາ ລະດູໜາວ Pyeongchang 2018
(ພາບ:AFP/TTXVN)

ວັນທີ 20 ມີນາ, ທ່ານ Dmitry Peskov, ໂຄສົກຂອງວັງ Kremlin ໄດ້ຄັດຄ້ານການຕັດສິນຂອງຄະນະກຳມະການ Olympic ສາກົນ (IOC) ກ່ຽວກັບການຫ້າມບັນດານັກກິລາຂອງປະເທດນີ້ເຂົ້າຮ່ວມພິທີ ສວນສະໜາມພິທີໄຂ Olympic Paris ໃນເດືອນ ກໍລະກົດນີ້. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານໂຄສົກ Peskov ເນັ້ນໜັກວ່າ ການຕັດສິນນີ້ບໍ່ພຽງແຕ່ໄປຝືນກັບເນື້ອໃຈຈິດໃຈຂອງ Olympic, ລະເມີດສິດຜົນປະໂຫຍດຂອງບັນດານັກກິລາເທົ່ານັ້ນ, ຫາກຍັງສົ່ງຜົນກະທົບບໍ່ດີເຖິງພາບພົດຂອງ IOC ອີກດ້ວຍ. ໃນຂະນະນັ້ນ, ທ່ານນາງ Maria Zakhazova, ໂຄສົກກະຊວງການຕ່າງປະເທດ ລັດເຊຍ ຖືວ່າ: ການຕັດສິນນີ້ແມ່ນບໍ່ຍຸຕິທຳ ແລະ ບໍ່ສາມາດຍອມຮັບໄດ້.

        ກ່ອນນັ້ນໜຶ່ງວັນ, ວົງການເຈົ້າໜ້າທີ່ IOC ປະກາດວ່າ: ບັນດານັກກິລາລັດເຊຍ ແລະ ເບລາຣຸດ ແຂ່ງຂັນຢູ່ Olympic ລະດູແລ້ງ ປາຣີ 2024 ພາຍໃຕ້ຖານະສ່ວນຕົວເຊິ່ງຈະບໍ່ໄດ້ເຂົ້າຮ່ວມພິທີໄຂ. ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງກອງປະຊຸມຂອງຄະນະບໍລິຫານ IOC ຢູ່ນະຄອນ Lausanne (ປະເທດ ສະວິດ), ທ່ານ James Macleod, ຜູ້ອຳນວຍການການພົວພັນຕ່າງປະເທດ ແລະ ການພົວພັນກັບບັນດາຄະນະກຳມະການຂອງ Olympic ແຫ່ງຊາດຂອງ IOC, ໃຫ້ຮູ້ວ່າ: ບັນດານັກກິລາທີ່ມາຈາກ 2 ປະເທດດັ່ງກ່າວຈະບໍ່ເຂົ້າຮ່ວມການສວນສະໜາມຂອງບັນດາຄະນະ ແລະ ບັນດາກຸ່ມນັກກິລາຢູ່ພິທີໄຂໃນວັນທີ 26 ກໍລະກົດ ປີນີ້ຍ້ອນວ່າເຂົາເຈົ້າເຂົ້າຮ່ວມດ້ວຍຖານະສ່ວນຕົວ. ເຖິງຢ່າງໃດກໍ່ຕາມ, ເຂົາເຈົ້າຈະສາມາດເຂົ້າຮ່ວມເພື່ອຕິດຕາມເຫດການໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ