ລັດ​ເຊຍ​ ຄາດ​ວ່າ ຈະ​ໂຕ້​ຕອບ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຂອງ ອາ​ເມ​ລິ​ກາ

(VOVWORLD) -ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ມົດສະກູ ຈະປະກາດບັນຊີລາຍຊື່ບັນດາພົນລະເມືອງ ອາເມລິກາ ທີ່ຖືກ ລັດເຊຍ ຈັດວາງບັນດາມາດຕະການລົງໂທດ ໂດຍໄວ ເພື່ອໂຕ້ຕອບບັນດາມາດຕະການລົງໂທດ ແນໃສ່ ລັດເຊຍ ເຊິ່ງກ່ຽວຂ້ອງເຖິງນັກການເມືອງຝ່າຍຄ້ານ Alexei Navalny.

ວັນທີ 5 ມີນາ, ວັງ Kremlin ໄດ້ເນັ້ນໜັກວ່າ ລັດເຊຍ ຫວັງວ່າ ຄຳຮຽກຮ້ອງຂອງ ອາເມລິກາ ກ່ຽວກັບການຈັດວາງຄຳສັ່ງລົງໂທດຕໍ່ບັນດາວິສາຫະກິດ ລັດເຊຍ ຈະບໍ່ປະກົດຜົນເປັນຈິງ, ເຖິງຢ່າງໃດກໍ່ຕາມ ມົດສະກູ ກໍ່ພວມກະກຽມບັນດາມາດຕະການເພື່ອປົກປ້ອງຜົນປະໂຫຍດ ຂອງ ລັດເຊຍ ໃຫ້ດີທີ່ສຸດ ກໍ່ຄືບັນດາພົນລະເມືອງ ແລະ ວິສາຫະກິດ ລັດເຊຍ.

        ແລະກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ມົດສະກູ ຈະປະກາດບັນຊີລາຍຊື່ບັນດາພົນລະເມືອງ ອາເມລິກາ ທີ່ຖືກ ລັດເຊຍ ຈັດວາງບັນດາມາດຕະການລົງໂທດ ໂດຍໄວ ເພື່ອໂຕ້ຕອບບັນດາມາດຕະການລົງໂທດ ແນໃສ່ ລັດເຊຍ ເຊິ່ງກ່ຽວຂ້ອງເຖິງນັກການເມືອງຝ່າຍຄ້ານ Alexei Navalny.

ຕອບກັບ

ຂ່າວ/ບົດ​ອື່ນ