ລັດເຊຍ ຈັດສົ່ງກໍ່າປັ່ນສູ້ຮົບໃໝ່ ໄປຍັງທະເລເມດີເຕີຣາເນຍ

ລັດເຊຍ ຈັດສົ່ງກໍ່າປັ່ນສູ້ຮົບໃໝ່ ໄປຍັງທະເລເມດີເຕີຣາເນຍ - ảnh 1
ກໍ່າ​ປັ່ນ​ຂອງລັດ​ເຊຍ
(ພາບ: vietbao.vn)


(vovworld) -     ວັນ​ທີ 18/12, ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ ​ໃຫ້​ຮູ້​ວ່າ, ປະ​ເທດ​ນີ້​ພວມ​ຈັດສົ່ງ​ກອງກໍ່າ​ປັ່ນ​ໃໝ່​ໄປ​ຍັງ​ທະ​ເລເມ​ດີ​ເຕີຣາ​ເນຍ ​ໃນ​ສະພາບ​ທີ່​ການ​ປະ​ທະ​ກັນ​ຢູ່​ຊີຣີພວມ​ປີນຂັ້ນ​ໃດ​. ຕາມ​ຖະ​ແຫຼງການ​ດັ່ງກ່າວ, ກອງກໍ່າ​ປັ່ນ​ທີ່​ຂຶ້ນ​ກັບ​ກອງ​ເຮືອຮົບ Baltic ນີ້​ຈະ​ປ່ຽນ​​ແທນ​ໃຫ້​ກຸ່ມ​ກໍ່າ​ປັ່ນ​ຂອງ​ກອງເຮືອຮົບ ທະ​ເລ​ດຳ ທີ່​ພວມ​ຕັ້ງ​ທັບ​ຢູ່ທີ່​ນີ້ ​ແລະ ຈະ​ດຳ​ເນີນ​​ການ​ຊ້ອມ​ຮົບຕ່າງໆ. ​​​ແຕ່ວ່າຖະ​ແຫຼ​ງການ​ດັ່ງກ່າວ​ບໍ່​ເຕື້ອງ​​ເຖິງ​ຊີຣີ, ​ແຕ່ກ່ອນ​ໜ້າ​ນັ້ນ ບັນດາ​ແຫຼ່ງຂ່າວ​ທະຫານ​ໄດ້​​ເປີດເຜີຍ​ຕໍ່ສຳນັກຂ່າວສານ Interfax ວ່າ ບັນດາ​ກໍ່າ​ປັ່ນຂອງ​ກອງທັບ​ເຮືອ​ລັດ​ເຊຍ ສາມາດ​ນຳ​ໃຊ້​ເພື່ອ​ອົບ​ພະ​ຍົບພົນລະ​ເມືອງ​ນັບ​ພັນ​ຄົນ​ຂອງ​ປະ​ເທດ​ນີ້​ອອກ​ຈາກ​ຊີຣີ ​ໃນ​ກໍລະນີ​ທີ່ສະພາບ​ການ​​ໃນປະ​ເທດ​ຕາມ​ເວັນ​ອອກ​ກາງ​ນີ້​ນັບ​ມື້​ນັບ​ຊົ່ວ​ຮ້າຍ​ລົງ. ​ແລະ ກໍ​ໃນ​ວັນ​ດຽວ​ກັນ, ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ໄດ້​ກ່າວ​ເຕື່ອນພົນລະ​ເມືອງ​ຂອງ​ປະ​ເທດ​ນີ້​ບໍ່​ຄວນ​ໄປຍັງ​ຊີຣີ ພາຍຫຼັງ​ເກີ​ດເຫດການພົນລະ​ເມືອງລັ​ດເຊຍ 2 ຄົນ​ຖືກ​ຈັບ​ເປັນ​ຕົວ​ປະກັນເມື່ອ​ວັນ​ທີ 17/12. ​ໃນ​ຄຳ​ກ່າວ​ເຕື່ອນທີ່​ເຜີ​ຍ​ແຜ່​ທາງ​ອິນ​ເຕີ​ແນ​ດ, ​ໄດ້​ຊີ້​​ແຈ້ງວ່າ “ສະຖານທູດ​ລັດ​ເຊຍ ປະຈຳ ຊີຣີ ​ໄດ້​ຜັນ​ຂະຫຍາຍັນບັນດາ​ມາດ​ຕະການ​ທີ່​ຈຳ​ເປັນ​​ເພື່ອ​​ສົມທົບ​ກັບ​ຊີຣີ ​ກູ້​ເອົາບັນດາ​ພົນລະ​ເມືອງ​ທີ່​ຖືກຈັບ​ເປັນ​ຕົວ​ປະກັນ​ໃນ​ທັນ​ທີ່”.

ຂ່າວ/ບົດ​ອື່ນ