ລັດ​ເຊຍ, ຈີນ ສະ​ເໜີ​ໂຍະຍານ​ການລົງ​ໂທດ​ ສປປ.​ເກົາຫຼີ ລົງ

(VOVWORLD) -ສະພາຄວາມໝັ້ນຄົງ ສປຊ “ຄວນດັດປັບບັນດາມາດຕະການລົງໂທດສໍາລັບ ສປປ.ເກົາຫຼີ ເພື່ອສ້າງເງື່ອນໄຂໃຫ້ ພຽງຢາງ ປະຕິບັດບັນດາມະຕິຂອງ ສະພາຄວາມໝັ້ນຄົງ”. 

        ວັນທີ 16 ທັນວາ, ລັດເຊຍ ແລະ ຈີນ ໄດ້ຍື່ນສະເໜີຮ່າງມະຕິສະບັບໜຶ່ງຕໍ່ ສະພາຄວາມໝັ້ນຄົງ ສປຊ. ຮ່າງມະຕິສະບັບດັ່ງກ່າວ ຖືວ່າ ສະພາຄວາມໝັ້ນຄົງ ສປຊ “ຄວນດັດປັບບັນດາມາດຕະການລົງໂທດສໍາລັບ ສປປ.ເກົາຫຼີ ເພື່ອສ້າງເງື່ອນໄຂໃຫ້ ພຽງຢາງ ປະຕິບັດບັນດາມະຕິຂອງ ສະພາຄວາມໝັ້ນຄົງ”. ຕາມນັ້ນແລ້ວ, ຮ່າງມະຕິໄດ້ສະເໜີໃຫ້ ນໍາເອົາບັນດາໂຄງການຮ່ວມມືທາງບົກ ແລະ ທາງລົດໄຟ ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ, ການສົ່ງອອກສິນໃນນໍ້າ ແລະ ຕໍາແຜ່ນຕັດຫຍິບ ຂອງ ສປປ.ເກົາຫຼີ ອອກຈາກບັນຊີລາຍຊື່ລົງໂທດຂອງ ສປຊ.

        ຮ່າງມະຕິກໍຊົມເຊີຍເລື່ອງຮັກສາການເຈລະຈາລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຢູ່ທຸກຂັ້ນ, ມຸ່ງໄປເຖິງການສ້າງສາຍພົວພັນໃໝ່ລະຫວ່່າງສອງປະເທດ, ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ຄວາມມານະພະຍາຍາມລວມໃນການສ້າງພື້ນຖານສັນຕິພາບ, ສະຖຽນລະພາບ ແລະ ຍາວນານໃນແຫຼມເກົາຫຼີ. ໄປຄຽງຄູ່ກັນນັ້ນ, ຮ່າງມະຕິດັ່ງກ່າວກໍຮຽກຮ້ອງໃຫ້ເຊື່ອມຕໍ່ການເຈລະຈາ 6 ຝ່າຍກ່ຽວກັບການສ້າງແຫຼມເກົາຫຼີປອດນິວເຄຼຍຄືນໃໝ່ໂດຍໄວ.


ຕອບກັບ

ຂ່າວ/ບົດ​ອື່ນ