ລັດເຊຍ, ຈີນ ຮຽກຮ້ອງລໍຖ້າຜົນການສືບສວນຂອງສະຫະປະຊາຊາດຢູ່ຊີຣີ

ລັດເຊຍ, ຈີນ ຮຽກຮ້ອງລໍຖ້າຜົນການສືບສວນຂອງສະຫະປະຊາຊາດຢູ່ຊີຣີ - ảnh 1
(ພາບປະກອບ)

(vovworld) - ​ໂລກ​ນັບ​ມື້​ນັບ​ມີ​ຄວາມ​ສົນ​ໃຈ​ຮ້ອນ​ເຮັ່ງ​ກ່ຽວ​ຂ້ອງ​ເຖິງປະ​ຕິ​ກິ​ລິ​ຍາ​ທີ່​ກົງ​ກັນ​ຂ້າມ​ ເຖິງ​ຄວາມ​ສາມາດ​ແຊກ​ແຊງ​ດ້ານ​ການ​ທະຫານ​ແນ​ໃສ່​ຊີຣີ. ​ເມື່ອ​ຕອບ​ສຳພາດ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ລັດຖະມົນ​ຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ຫວາງ​ອີ ​ ໃຫ່ຮູ້​ວ່າ ປະຈຸ​ບັນ ປັກ​ກິ​ງ ພວມ​ຕິດຕາມ​ບັນດາ​ການ​ຜັນ​ແປ່​ໃໝ່​ຊຸດ​ຍູ່​ຊີຣີ, ພ້ອມ​ທັງ​ກະຕຸກ​ຊຸກຍູ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຈົ່ງອຸ່ນ​ອ່ຽງ ​ແລະ ລະງັບ​ໃຈ​ໃນ​ວິ​ກິດ​ການ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ໃນ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ Ban Ki Moon ຢູ່​ນະຄອນ La Hay, ປະເທດໂຮນລັງ, ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Gennady Gatilov ​ໄດ້​ຕຳ​ນິຕິ​ຕຽນ​ບາງ​ປະ​ເທດ​ປະກາດ​ແຜນການ​ບຸກ​ໂຈມ​ຕີ​ດ້ານ​ການ​ທະຫານ​ແນ​ໃສ່​ຊີຣີ ​ແມ່ນ​ການ​ກະທຳ​​ທ້າ​ທາຍ​ຕໍ່​ກົດ​ບັດ​ສະຫະ​ປະຊາ​ຊາດ ກໍ່​ຄືມາດ​ຖານ​ຕ່າງໆ​ຂອງ​ກົດໝາຍ​ສາກົນ.

        ​ໃນ​ປະຕິກິລິຍາ​ທຳອິດ, ​ວັນ​ທີ 29 ສິງຫາ, ໂຄສົກ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ອາ​ເມ​ລິ​ກາ, ທ່ານ​ນາງ Caitlin Hayden ​ໃຫ້​ຮູ້​ວ່າປະທານາທິບໍດີ Barack Obama ຈະ​ມີ​ການ​ກະທຳ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດສູງ​ສຸດຂອງ​ອາ​ເມ​ລິ​ກາ ​ໃນ​ບັນຫາ​ຊີຣີ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ Ban Ki Moon ​ໃຫ້​ຮູ້​ວ່າ ​ທ່ານ​ໄດ້​ມີ​ການ​ເຈລະຈາ​ທາງ​ໂທລະສັບ​ກັນ​ທ່ານ​ປະທານາທິບໍດີ Obama, ຮຽກຮ້ອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ ​ບໍ່​ຄວນ​ຟ້າວ​​ຝັ່ງ​ໃນ​ການບຸກ​ໂຈມ​ຕີຊີຣີ ຈົນ​​​ຮອດ​ເວ​ລາ​ບັນ​ດາ​ນັກ​ສັງ​ເກດ​ການ​ຂອງ​ສະຫະ​ປະຊາ​ຊາດ ສຳ​ເລັດ​​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ. ທ່ານ Ban Ki Moon ​ໃຫ້​ຮູ້​ວ່າ ​ບັນ​ດານັກ​ສັງ​ເກດ​ການ​ຂອງ​ສະຫະ​ປະຊາ​ຊາດ ຈະ​ເດີນທາງ​ອອກ​ຈາກ​ຊີຣີ ​ໃນ​ວັນ​ທີ 31 ສິງຫາ ​ແລະ ຫຼັງ​ຈາກ​ນັ້ນ​ຈະ​ຍື່ນສະ​ເໜີໝາກຜົນ​ຂອງການ​ສືບສວນ.

ວັນ​ທີ 29/8, ປະທານາທິບໍດີ ຊີຣີ Bashar Assad ຖະ​ແຫລ​ງວ່າ: ປະ​ເທດ​ນີ້​ຈະປົກ​ປ​້ອງຕົນ​ເອງ​ຕ້ານ​ຄືນ​ບໍ່​ວ່າການ​ບຸກ​ໂຈມ​ຕີ​ໃດ​ຈາກ​ພາຍ​ນອກ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ບັນ​ດາ​ເຈົ້າ​ຫນ້າ​ທີ່ ​ແລະ ຜູ້​ແທນ​ສະພາ​ແຫ່ງ​ຊາດ Yemen ພວມ​ຢ້ຽມຢາມ Damaccus, ທ່ານ al Assad ຖື​ວ່າ: ບັນດາ​ຄຳ​ນາບ​ຂູ່​ປຸກລະດົມ​ບັ້ນ​ຮົບ​ແຊກ​ແຊງ​ການ​ທະຫານ​ເຂົ້າ​ຊີ​ຣີ ພຽງ​ແຕ່​ເຮັດ​ໃຫ້​ຫລັກ​ໝັ້ນຂອງ​ຊີຣີ​ເພີ່ມ​ຄວາມ​ຢືດໝັ້ນຂຶ້ນ. ​ໃນ​ຂະນະ​ນັ້ນ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຊີຣີ Fahd Jasem al Freij ​ໄດ້​ກ່າວ​ຫາ​ບັນດາ​ພວກ​ກໍ່​ກາ​ນຮ້າຍ​ໄດ້​ຕັ້ງ​ໃຈ​ນຳ​ໃຊ້​ອາວຸດ​ເຄມີ, ​ເຂັ່ນ​ຂ້າ​ແມ່ຍິງ ​ແລະ ​ເດັກນ້ອຍ​ເພື່ອ​ຍຸ​ແຍ່​ແກ່​ດຶງ​ການ​ສະຫນັບສະຫນູນ​ຈາກຝ່າຍ​ຕາ​ເວັນ​ຕົກ, ​ລອກ​ລວງ​ຫາງ​ສຽງ ​​ເພື່ອ​ພິສູດ​​ໃຫ້​ເຫັນການ​ກະທຳ​ຂອງ​ເຂົາ​ເຈົ້າ​​​ບໍ່​ແມ່ນ​​ໂທດກຳ. ລັດຖະບານ ຊີຣີ ​ໄດ້​ອອກສຽງ​ຮັບປະກັນ​ກັບ ອີຣານ, ລັດ​ເຊຍ ​ແລະ ຈີນ​ວ່າ: ​ເຂົາ​ເຈົ້າ​ບໍ່​ນຳ​ໃຂ້ອາວຸດ​ເຄມີ​ເພື່ອ​ຕ້ານ​ຄືນ​ກຳລັງ​ລຸກ​ຮື​ຂຶ້ນ.

​ໃນ​ຂະນະ​ນັ້ນ ບັນດາ​ປະ​ເທດ​ກຳມະການ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ ສປຊ ​ໄດ້​ຈັດການ​ປະຊຸ​ມ​ເພ່ືອ​ປຶກສາ​ຫາລື​ກ່ຽວກັບ​ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​ຊີ​ຣີ ​ໃນ​ສະຖານະ​ການ​ທີ່​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ພັນທະ​ມິດ ພວມ​ຊັ່ງຊາ​ການ​ແຊກ​ແຊງ​ການ​ທະຫານ​ເຂົ້າ​ຊີ​ຣີ.

ຂ່າວ/ບົດ​ອື່ນ