ລັດເຊຍ - ຈີນ ເພີ່ມທະວີການພົວພັນສອງຝ່າຍ ແລະ ຊອກຫາມາດຕະການສຳລັບບັນຫາ ຢູແກຼນ

(VOVWORLD) - ໃນ 10 ປີຜ່ານມາ, ສອງຝ່າຍມີບັນດາບາດກ້າວພັດທະນາສຳຄັນໃນການພົວພັນສອງຝ່າຍ, ດ້ວຍເລື່ອງວົງເງິນການຄ້າເພີ່ມຂຶ້ນທົບສອງເທົ່າ
ລັດເຊຍ - ຈີນ ເພີ່ມທະວີການພົວພັນສອງຝ່າຍ ແລະ ຊອກຫາມາດຕະການສຳລັບບັນຫາ ຢູແກຼນ - ảnh 1ການນຳ ຈີນ ແລະ ລັດເຊຍ ທີ່ການພົບປະ
(ພາບ:Sergei Karpukhin/Sputnik/AP)

ຕອນບ່າຍວັນທີ 20 ມີນາ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ໄປຮອດ ມົດສະກູ ໃນຂອບເຂດການຢ້ຽມຢາມ ລັດເຊຍ ແຕ່ວັນທີ 20 – 23 ມີນາ. ນີ້ແມ່ນການໄປຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ ສີຈີ້ນຜິງ ພາຍຫຼັງ ໄດ້ຮັບດຳລົງຕຳແໜ່ງເປັນປະທານປະເທດ ອາຍຸການທີ 3. ການຢ້ຽມຢາມໄດ້ຮັບຄວາມຫວັງຈະສ້າງກຳລັງໜູນໃຫ້ແກ່ການພົວພັນສອງຝ່າຍ ລັດເຊຍ - ຈີນ.

        ທີ່ການພົບປະລະຫວ່າງທ່ານປະທານປະເທດ ຈີນ ສີຈີ້ນຜິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ການນຳສອງທ່ານໄດ້ຢັ້ງຢືນຄວາມຕັດສິນໃຈເພີ່ມທະວີການພົວພັນສອງຝ່າຍ ແລະ ຊອກຫາມາດຕະການສຳລັບບັນຫາຢູແກຼນ. ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເນັ້ນໜັກວ່າ: ໃນ 10 ປີຜ່ານມາ, ສອງຝ່າຍມີບັນດາບາດກ້າວພັດທະນາສຳຄັນໃນການພົວພັນສອງຝ່າຍ, ດ້ວຍເລື່ອງວົງເງິນການຄ້າເພີ່ມຂຶ້ນທົບສອງເທົ່າ, ຈາກ 87 ຕື້ USD ຂຶ້ນເປັນເກືອບ 200 ຕື້ USD. ທ່ານກໍ່ຢັ້ງຢືນວ່າ ສອງຝ່າຍມີຫຼາຍໜ້າທີ່ ແລະ ເປົ້າໝາຍລວມ.

        ສ່ວນທ່ານປະທານປະເທດ ຈີນ ສີຈີ້ນຜິງ ຢັ້ງຢືນວ່າ: ປັກກິ່ງ ຖືເປັນສຳຄັນ ແລະ ຢາກເຮັດໃຫ້ການພົວພັນກັບ ມົດສະກູ ເລິກເຊິ່ງກ່ວາອີກ; ສະແດງຄວາມເຊື່ອໝັ້ນວ່າ ປະຊາຊົນ ລັດເຊຍ ຈະສືບຕໍ່ສະໜັບສະໜູນທ່ານ Putin ໃນການເລືອກຕັ້ງປະທານາທິບໍດີໃນປີ 2024.  ຈີນ ໄດ້ກຽມພ້ອມກັບ ລັດເຊຍ “ຢຶດໝັ້ນປົກປັກຮັກສາລະບົບສາກົນໂດຍຖື ສປຊ ເປັນໃຈກາງ, ຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍໂລກຫຼາຍຂົ້ວ ແລະ ບັນດາການພົວພັນສາກົນຫັນເປັນປະຊາທິປະໄຕ, ປະກອບສ່ວນເຂົ້າໃນການພັດທະນາຂອງໂລກຕາມທິດຍຸຕິທຳ ແລະ ເໝາະສົມກ່ວາ”.

ຕອບກັບ

ຂ່າວ/ບົດ​ອື່ນ