ລັດ​ເຊຍ, ຈີນ ແລະ ອີ​ຣານ ສິ້ນ​ສຸດ​ການ​ຊ້ອມ​ຮົບ​ຮ່ວມ “ແລວ​ທາງ​ຄວາມ​ໝັ້​ນ​ຄົງ​ໃນ​ການ​ເດີນ​ເຮືອ - 2023”

(VOVWORLD) -ລັດເຊຍ, ຈີນ ແລະ ອີຣານ ໄດ້ຈັດການຊ້ອມຮົບທີ່ຄ້າຍຄືກັນປີ 2019 ແລະ 2022 ແລະ ບັນດາການຊ້ອມຮົບຮ່ວມໄດ້ຮັບການວາດພາບແມ່ນ ການກະທຳສະແດງຄວາມສາມາດດ້ານການທະຫານ ທີ່ນັບມື້ນັບເພີ່ມຂຶ້ນ, ກໍ່ຄືການເຊື່ອມຕໍ່ດ້ານການເມືອງທີ່ນັບມື້ນັບເລິກເຊິ່ງລະຫວ່າງສາມປະເທດ.
ລັດ​ເຊຍ, ຈີນ ແລະ ອີ​ຣານ ສິ້ນ​ສຸດ​ການ​ຊ້ອມ​ຮົບ​ຮ່ວມ “ແລວ​ທາງ​ຄວາມ​ໝັ້​ນ​ຄົງ​ໃນ​ການ​ເດີນ​ເຮືອ - 2023” - ảnh 1ກຳປັ່ນຂັບໄລພົນເຮືອເອກ Gorshkov ຂອງລັດເຊຍ  (ພາບ:  EPA)

ວັນທີ 18 ມີນາ, ກະຊວງປ້ອງກັນປະເທດ ລັດເຊຍ ໄດ້ປະກາດວ່າ ປະເທດນີ້ພ້ອມກັບ ຈີນ ແລະ ອີຣານ ໄດ້ສິ້ນສຸດການຊ້ອມຮົບຮ່ວມກອງທັບເຮືອ ທີ່ແກ່ຍາວເປັນເວລາ 3 ວັນຢູ່ທະເລ  Arab, ໃນນັ້ນ ມີບັນດາເນື້ອໃນບຸກໂຈມຕີດ້ວຍປຶນໃຫຍ່ ໃສ່ບັນດາເປົ້າໝາຍຢູ່ທາງທະເລ ແລະ ທາງອາກາດ. ການຊ້ອມຮົມຮ່ວມມີຊື່ທີ່ວ່າ “ແລວທາງຄວາມໝັ້ນຄົງໃນການເດີນເຮືອ - 2023” ໄດ້ດຳເນີນຢູ່ນອກທະເລ ທ່າກຳປັ່ນ Chabahar ຂອງ ອີຣານ. ເຂົ້າຮ່ວມການຊ້ອມຮົບຮ່ວມມີກຳປັ່ນຂັບໄລ ໜາມໜິງຂ ອງຈີນ ແລະ ກຳປັ່ນຂັບໄລພົນເຮືອເອກ Gorshkov ຂອງລັດເຊຍ  ໄດ້ຮັບການປະກອບລູກສອນໄຟເໜືອສຽງ Tsirco. ກຳປັ່ນເຂົ້າຮ່ວມການຊ້ອມຮົບຮ່ວມໄດ້ດຳເນີນການການຍິງທົດລອງປຶນໃຫຍ່ທັງເວັນ ແລະ ຄືນ.

ລັດເຊຍ, ຈີນ ແລະ ອີຣານ ໄດ້ຈັດການຊ້ອມຮົບທີ່ຄ້າຍຄືກັນປີ 2019 ແລະ 2022. ບັນດາການຊ້ອມຮົບຮ່ວມໄດ້ຮັບການວາດພາບແມ່ນ ການກະທຳສະແດງຄວາມສາມາດດ້ານການທະຫານ ທີ່ນັບມື້ນັບເພີ່ມຂຶ້ນ, ກໍ່ຄືການເຊື່ອມຕໍ່ດ້ານການເມືອງທີ່ນັບມື້ນັບເລິກເຊິ່ງລະຫວ່າງສາມປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ